[givebutter-widget id="paV4aj"] Skip to main content

ກ່ຽວກັບພວກເຮົາ

ພວກເຮົາແມ່ນມູນນິທິອະນຸລັກສັດປ່າລາວໄດ້ຈົດທະບຽນເຂົ້າເປັນສູນມູນນິທິອະນຸລັກສັດປ່າທີ່ບໍ່ຫວັງຜົນກຳໄລ ເພື່ອດຳເນີນງານຢູ່ໃນ ສປປ ລາວ ເພາະວ່າລາວເປັນເສັ້ນທາງສຳຄັນສຳລັບການຄ້າສັດປ່າທີ່ຜິດກົດໝາຍໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຍັງເປັນປະຕູເຊື່ອມຕໍ່ລະຫວ່າງປະເທດໄທ, ມຽນມາ, ຫວຽດນາມ, ກຳ​ປູ​ເຈຍ ແລະ ຈີນ.

ວຽກງານຂອງພວກເຮົາ

ພວກເຮົາແມ່ນສູນກູ້ໄພ, ອະນຸລັກ ແລະ ສຶກສາສັດປ່ານາໆຊະນິດທີ່ບໍ່ຫວັງຜົນກຳໄລແຫ່ງທຳອິດຂອງປະເທດລາວ ແລະ ຍັງເປັນສູນທີ່ມີເອກະລັກຢ່າງໜ້າເຫຼືອເຊື່ອແກ້ໄຂວິກິດການຕ່າງໆທີ່ເຮັດໃຫ້ສັດສາຍພັນໃກ້ຈະສູນພັນຢ່າງຍິ່ງພົ້ນອອກຈາກການຫຼຸດລົງຢ່າງໄວວາ. ພວກເຮົາມີສາຍດ່ວນກູ້ໄພສັດປ່າຕະຫຼອດ 24 ຊົ່ວໂມງ ເພື່ອປະຕິບັດວຽກງານຟື້ນຟູ ແລະ ສະໜັບສະໜູນ. ນອກນີ້, ພວກເຮົາຍັງເຮັດວຽກຮ່ວມກັບພະນັກງານລາວຫຼາຍກວ່າ 60 ຄົນ ແລະ ພູມໃຈຫຼາຍທີ່ໄດ້ມາອາໄສຢູ່ໃນປະເທດທີ່ສວຍງາມ ແລະ ມີເອກະລັກແບບນີ້.

ຄວາມເປັນມາຂອງພວກເຮົາ

ພວກເຮົາເປັນອົງການກຸສົນທີ່ຫາກໍ່ເຕີບໃຫຍ່ ແລະ ຍັງຕ້ອງການຄວາມຊ່ວຍເຫຼືອຈາກທຸກຄົນ ເພື່ອເຮັດໃຫ້ພາລະກິດຂອງພວກເຮົາກາຍເປັນຈິງ!

ເຂົ້າຮ່ວມ