[givebutter-widget id="paV4aj"] Skip to main content

ພວກເຮົາດຳເນີນງານເປັນສູນອະນຸລັກສັດປ່ານາໆຊະນິດຢູ່ທາງທິດເໜືອຂອງນະຄອນຫຼວງວຽງຈັນຂອງ ສປປ ລາວ ເພາະເປັນຈຸດສຸມທີ່ມີການລັກລອບຄ້າຂາຍສັດປ່າຫຼາຍທີ່ສຸດຢູ່ໃນທະວີບອາຊີ. ພວກເຮົາເຮັດວຽກຮ່ວມກັບເຈົ້າໜ້າທີ່ ເພື່ອຕ້ານອາຊະຍາກຳສັດປ່າ ແລະ ກູ້ໄພສັດປ່າທຸກໆຊະນິດ ໂດຍມີຈຸດປະສົງນຳມາບຳບັດຟື້ນຟູ ແລະ ປ່ອຍຄືນສູ່ປ່າບ່ອນທີ່ໄດ້ຮັບການຄຸ້ມຄອງ. ສັດປ່າໂຕໃດທີ່ບໍ່ເໝາະສົມນຳໄປປ່ອຍພວກເຮົາຈະຕ້ອງໄດ້ລ້ຽງດູ ແລະ ຮັກສາໄວ້ຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົານີ້.

ພວກເຮົາພູມໃຈທີ່ໄດ້ເຮັດວຽກຮ່ວມກັບບັນດາອົງການອະນຸລັກສັດປ່າໂລກ ແລະ ໜ່ວຍງານລັດຖະບານ ເພື່ອພັດທະນາການອອກກົດໝາຍປົກປ້ອງສັດປ່າຊະນິດຕ່າງໆທີ່ຖືກໄພຂົ່ມຂູ່ຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ພ້ອມທັງກໍ່ສ້າງໂປຼແກຼມການສຶກສາດ້ານອະນຸລັກສັດປ່າໄປສອນຢູ່ໃນໂຮງຮຽນຕ່າງໆ ແລະ ປູກຈິດສຳນຶກເພື່ອສົ່ງເສີມໃຫ້ປະຊາຊົນລາວທຸກຄົນເປັນເຈົ້າການໃນການຄຸ້ມຄອງຊີວະນາໆພັນ. ພວກເຮົາເຮັດວຽກຢ່າງໃກ້ຊິດກັບບັນດາຜູ້ອາສາສະໝັກເພື່ອຊຸກຍູ້ພາລະກິດ ແລະ ເສີມຂະຫຍາຍໝາກຜົນຂອງພວກເຮົາ ໂດຍໃຫ້ຄວາມຮູ້ປະສົບການດ້ານການເຂົ້າຫາສັດປ່າຢ່າງມີຈັນຍາບັນແກ່ຜູ້ອາສາສະໝັກ ເພື່ອຮັບປະກັນໃຫ້ສັດປ່າສາມາດຮັກສາສັນຊາດຕະຍານໄດ້ຄືກັນກັບຕອນມັນຍັງຢູ່ໃນປ່າ.

ໜຶ່ງໃນສິ່ງທີ່ໜ້າງຶດງໍ້ທີ່ສຸດກ່ຽວກັບ ມູນນິທິ ອະນຸລັກ ສັດປ່າ ລາວ ແມ່ນວຽກງານຂອງພວກເຮົາມີຫຼາຍຮູບຫຼາຍແບບ ໂດຍນັບຕັ້ງແຕ່ວຽກງານພັດທະນາກົດໝາຍຄຸ້ມຄອງສັດປ່າໄປຈົນເຖິງວຽກງານກູ້ໄພສັດປ່າໃນພາກສະໜາມ.

ເຂົ້າເບິ່ງທຸກໂຄງການຂອງພວກເຮົາ