ຕິດຕໍ່ພວກເຮົາ

ຖ້າທ່ານມີຄຳຖາມໃດກ່ຽວກັບມູນນິທິອະນຸລັກສັດປ່າລາວ, ທ່ານສາມາດຕິດຕໍ່ຫາພວກເຮົາທາງອີເມວ ຫຼື ສົ່ງຂໍ້ຄວາມທາງເຟສບຸກ.

ຖ້າທ່ານສົນໃຈມາເປັນອາສາສະໝັກກັບພວກເຮົາ, ກະລຸນາສົ່ງອີເມວມາທີ່ volunteer@lctwildlife.org ເພື່ອຂໍເບິ່ງຂໍ້ມູນເພີ່ມເຕີມ.

ສາຍດ່ວນກູ້ໄພສັດປ່າຂອງພວກເຮົາສາມາດຕິດຕໍ່ໄດ້ຕະຫຼອດ 24 ຊົ່ວໂມງເປັນພາສາອັງກິດ, ພາສາລາວແມ່ນ 9 ໂມງເຊົ້າ – 5 ໂມງແລງ.

ທ່ານຍັງສາມາດຕິດຕໍ່ພວກເຮົາໂດຍກົງຜ່ານແບບຟອມຢູ່ຂ້າງລຸ່ມຂອງເພຈ໌ນີ້. ເຊີນກົດເຂົ້າເບິ່ງຄຳຖາມທີ່ຖືກຖາມເຂົ້າມາເລື້ອຍໆຢູ່ດ້ານລຸ່ມນີ້ ເພື່ອກວດເຊັກວ່າຄຳຖາມຂອງທ່ານແມ່ນໄດ້ຖືກຕອບແລ້ວ ຫຼື ບໍກ່ອນທີ່ທ່ານຈະຕິດຕໍ່ຫາພວກເຮົາ! ຖ້າທ່ານລາຍງານອາຊະຍາກຳສັດປ່າ, ກະລຸນາເຂົ້າເບິ່ງເພຈ໌ລາຍງານຂອງພວກເຮົາ.

ຄຳຖາມທີ່ຖືກຖາມເຂົ້າມາເລື້ອຍໆ

ສູນຂອງພວກເຮົາ

ຂ້ອຍສາມາດມາຢ້ຽມຢາມສູນໄດ້ບໍ?

ປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ໄດ້​ປິດ​ບໍ​ລິ​ການ​ສຳ​ລັບ​ແຂກ​ທົ່ວ​ໄປ ເນື່ອງ​ຈາກວ່າ​ທາງ​ສູນ​ຍັງ​ມີ​ການ​ປັບ​ປຸງ ເພື່ອ​ຫັນ​ປ່ຽນ​ຈາກ​ສວນ​ສັດ​ລາວ​ມາ​ເປັນ ມູນ​ນິ​ທິ ອະ​ນຸ​ລັກ ສັດ​ປ່າ ລາວ.

ແຕ່​ຢ່າງ​ໃດ​ກໍ່​ຕາມ, ຖ້າ​ຄອບ​ຄົວ, ໝູ່​ເພື່ອນ ຫຼື ​ກຸ່ມ​ນັກ​ຮຽນ​ຂອງ​ທ່ານສົນ​ໃຈ​ຢາກ​ມາ​ຢ້ຽມ​ຢາມ​ສູນ​ຂອງ​ພວກ​ເຮົາ​ໃນ​ຊ່ວງ​ປັບ​ປຸງນີ້ ທ່ານ​ສາ​ມາ​ດ​ສົ່ງ​ອີ​ເມວ​ຫາ​ພວກ​ເຮົາ ເພື່ອ​ຈອງ​ທົວ​ກັບ​ຜູ້​ຊ່ຽວ​ຊານ​ດ້ານ​ສັດ​ປ່າ​ຂອງ​ພວກ​ເຮົາ! ກະ​ລຸ​ນາ​ຕິດ​ຕໍ່ ເພື່ອ​ສອບ​ຖາມ​ຂໍ້​ມູນ​ເພີ່​ມ​ເຕີມ ຫຼື ສັ່ງ​ຈອງ!

​ໜ້າ​ເສຍ​ດາຍ, ໃນ​ຊວງນີ້​ພວກ​ເຮົາ​ສາ​ມາດ​ໃຫ້​ບໍ​ລິ​ການ​ທົວ​ທີ່​ເປັນ​ພາ​ສາ​ອັງ​ກິດ​ເທົ່າ​ນັ້ນ ແຕ່​ພວກ​ເຮົາ​​ກໍ່ຫ​ວັງ​ວ່າ​ຈະ​ມີ​ທົວ​ທີ່​ເປັນ​ພາ​ສາ​ລາວ ເມື່ອ​ພວກ​ເຮົາ​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ ສະ​ນັ້ນ, ຢ່າ​ລືມ​ຕິດ​ຕາມ​ໂຊ​ເຊຍ​ມີ​ເດຍ​ຂອງ​ພວກ​ເຮົາ ເພື່ອ​ຮັບ​ຂ່າວ​ອັບ​ເດດ!

ຂ້ອຍຈະມາທີ່ສູນໄດ້ແນວໃດ?

ທ່ານສາມາດຂີ່ລົດແທັກຊີ່ຈາກນະຄອນຫຼວງວຽງຈັນໂດຍກົງມາຫາສູນຂອງພວກເຮົາ (ລາຄາປະມານ 400,000ກີບ) ຫຼື ວ່າຂີ່ລົດຕູ້ໂດຍສານຢູ່ຄິວລົດເມສາຍໃຕ້ໃນນະຄອນຫຼວງວຽງຈັນມາກໍ່ໄດ້. ບອກວ່າໄປ “suan sad” (ສວນສັດ) ບ້ານ ເກີນ (ລາຄາປະມານ 25,000ກີບ).

ທີ່ຢູ່ຂອງພວກເຮົາແມ່ນ:

ມູນນິທິອະນຸລັກສັດປ່າລາວ
ບ້ານ ນາໝາກ
ເມືອງທຸລະຄົມ
ແຂວງວຽງຈັນ
ສປປ ລາວ

ຢູ່ໃນມູນນິທິອະນຸລັກສັດປ່າລາວມີສັດປ່າທັງໝົດຈັກໂຕ?

ປັດຈຸບັນນີ້ພວກເຮົາມີສັດປ່າປະມານ 400 ໂຕ ແລະ ມີປະມານ 70 ສາຍພັນທີ່ແຕກຕ່າງກັນ ແຕ່ຕົວເລກຂອງສັດປ່າແຕ່ລະສາຍພັນແມ່ນເພີ່ມຂຶ້ນຢູ່ເລື້ອຍໆ!

ຢູ່ໃນມູນນິທິອະນຸລັກສັດປ່າລາວມີສັດປ່າທີ່ໃກ້ຈະສູນພັນແລ້ວບໍ?

ໂດຍແມ່ນແລ້ວ – ມີສັດປ່າຫຼາຍຊະນິດທີ່ຢູ່ໃນສູນຂອງພວກເຮົານີ້ແມ່ນໃກ້ຈະສູນພັນ ຫຼື ຈະສູນພັນຢ່າງຍິ່ງແລ້ວ ເຊິ່ງໝາຍຄວາມວ່າພວກມັນມີຄວາມສ່ຽງໃນການຈະສູນພັນໄປໃນອະນາຄົດອັນໃກ້ໆນີ້. ສັດປ່າຈຳນວນໜຶ່ງເຫຼົ່ານີ້ແມ່ນໄດ້ຖືກກູ້ໄພມາຈາກການຄ້າສັດປ່າທີ່ຜິດກົດໝາຍ ແລະ ພວກເຮົາກໍ່ມີແຜນຈະປະສົມພັນ ແລະ ປ່ອຍຄືນສູ່ທຳມະຊາດ.

ການເປັນອາສາສະໝັກ

ຂ້ອຍສາມາດມາເປັນອາສາສະໝັກຢູ່ໃນມູນນິທິອະນຸລັກສັດປ່າລາວໄດ້ບໍ?

ໂດຍໄດ້, ທ່ານສາມາດມາໄດ້! ກົດເຂົ້າເບິ່ງໂປຼແກຼມການເປັນອາສາສະໝັກຂອງພວກເຮົາໄດ້ທີ່ນີ້ ແລະ ຖ້າມີຄຳຖາມຂໍ້ໃດທີ່ພວກເຮົາຍັງບໍ່ທັນໄດ້ຕອບ ກະລຸນາຢ່າລັງກຽດຕິດຕໍ່ຫາພວກເຮົາ.

ມີການມາເປັນອາສາສະໝັກໃນໄລຍະສັ້ນບໍ?

ໂດຍມີ, ພວກເຮົາຂໍໃຫ້ຜູ້ອາສາສະໝັກມາຢູ່ຢ່າງໜ້ອຍໜຶ່ງອາທິດ. ແຕ່ຖ້າທ່ານສົນໃຈຈະມາຢູ່ເປັນໄລຍະຍາວ ເປັນຫຍັງບໍ່ກົດເຂົ້າເບິ່ງປະກາດຮັບສະໝັກງານຂອງພວກເຮົາ?

ສັດປ່າ

ຂ້ອຍເຫັນສັດປ່າທີ່ຕ້ອງການຄວາມຊ່ວຍເຫຼືອ. ຂ້ອຍສາມາດຊ່ວຍໄດ້ຫຍັງແດ່?

ຖ້າທ່ານຢູ່ໃນ ສປປ ລາວ ແລະ ສັດທີ່ທ່ານພົບເຫັນນັ້ນເປັນສັດປ່າ, ບໍ່ແມ່ນສັດລ້ຽງ ກະລຸນາກົດເຂົ້າເພຈ໌ລາຍງານອາຊະຍາກຳສັດປ່າຂອງພວກເຮົາ ເພື່ອເບິ່ງຄຳແນະນຳກ່ຽວກັບວິທີການລາຍງານອາຊະຍາກຳສັດປ່າມາຍັງພວກເຮົາ.

ຂ້ອຍຄິດວ່າຂ້ອຍພົບເຫັນຊິ້ນສ່ວນສັດປ່າຖືກຈຳໜ່າຍ. ຂ້ອຍສາມາດເຮັດຫຍັງແດ່?

ຜະລິດຕະພັນສັດປ່າເຊັ່ນ: ງາຊ້າງ ແລະ ບີໝີໄດ້ຖືກຈຳໜ່າຍໄປຢ່າງກວ້າງຂວາງ ແລະ ມັກຈະເປີດເຜີຍໃນທົ່ວປະເທດລາວ. ບັນທຶກສະຖານທີ່ຢ່າງລະອຽດ ແລະ ຖ້າເປັນໄປໄດ້ໃຫ້ຖ່າຍຮູບພ້ອມ ຫຼັງຈາກນັ້ນເຂົ້າໄປເບິ່ງເພຈ໌ລາຍງານອາຊະຍາກຳສັດປ່າຂອງພວກເຮົາເພື່ອແຈ້ງໃຫ້ພວກເຮົາຊາບ. ພວກເຮົາຈະໄດ້ສົ່ງຂໍ້ມູນທຸກຢ່າງໄປຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ສປປ ລາວ.

ຂ້ອຍສາມາດປ່ອຍສັດປ່າທີ່ຂ້ອຍເກັບມາລ້ຽງຕັ້ງແຕ່ຍັງນ້ອຍກັບຄືນສູ່ທຳມະຊາດໄດ້ບໍ?

ບໍ່ໄດ້ – ການປ່ອຍສັດປ່າທີ່ຖືກກັກຂັງມາດົນ ໂດຍບໍ່ມີການບຳບັດຟື້ນຟູສ່ວນຫຼາຍແລ້ວຈະເຮັດໃຫ້ມັນຕາຍ. ທ່ານສາມາດຕິດຕໍ່ຫາສູນມູນນິທິຂອງພວກເຮົາ ແລະ ໃຫ້ພວກເຮົາພິຈາລະນາເບິ່ງວ່າສັດປ່າຂອງທ່ານນັ້ນເໝາະສົມແລ້ວບໍສຳລັບນຳມາບຳບັດຟື້ນຟູ ແລະ ປ່ອຍກັບຄືນສູ່ປ່າ. ຖ້າບໍ່ເໝາະສົມປ່ອຍກັບຄືນພວກເຮົາກໍ່ຈະຮັກສາ ແລະ ລ້ຽງດູມັນໄວ້ຕະຫຼອດຊີວິດຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົາ ເຊິ່ງເປັນບ່ອນທີ່ສັດປ່າຂອງທ່ານສາມາດມີໝູ່ຝູງ ແລະ ບ່ອນຢູ່ອາໄສທີ່ດີ.

ຖ້າຂ້ອຍສົ່ງສັດປ່າທີ່ເຄີຍເປັນສັດລ້ຽງຂອງຂ້ອຍໄປໃຫ້ທ່ານ, ຂ້ອຍສາມາດເຂົ້າໄປຢ້ຽມຢາມມັນໄດ້ບໍ?

ການທີ່ສັດປ່າເຫັນເຈົ້າຂອງເກົ່າຢູ່ເລື້ອຍໆຈະເປັນສິ່ງທີ່ບໍ່ດີ. ສ່ວນຫຼາຍພວກເຮົາມັກຈະພົບວ່າສັດປ່າທີ່ເຄີຍຖືກເກັບເປັນສັດລ້ຽງມາກ່ອນມັກຈະມີບັນຫາທາງດ້ານສະໝອງ ສາເຫດແມ່ນຍ້ອນມາຈາກການຖືກກັກຂັງມາດົນ. ພວກເຮົາໄດ້ພະຍາຍາມໝຸນໃຊ້ຊັບພະຍາກອນທີ່ມີຢູ່ໃນສູນມູນນິທິເພື່ອຊ່ວຍໃຫ້ສັດປ່າເຫຼົ່ານີ້ມີພຶດຕິກຳທີ່ເປັນທຳມະຊາດ ໂດຍສະເພາະປ່ອຍພວກມັນເຂົ້າຫາກັນຢູ່ແບບເປັນໝູ່ເປັນຝູງ. ແຕ່ເມື່ອໃດກໍ່ຕາມຫາກວ່າສັດປ່າເຫຼົ່ານີ້ເຫັນເຈົ້າຂອງເກົ່າອາດຈະເຮັດໃຫ້ພວກມັນກັບຄືນມາມີພຶດຕິກຳແບບເກົ່າອີກ. ຖ້າສັດປ່າທີ່ຖືກນຳເຂົ້າໄປໃນໂປຼແກຼມການບຳບັດຟື້ນຟູ ແລະ ປ່ອຍຄືນສູ່ປ່າ ພວກເຮົາຈະໃຫ້ຄົນເຂົ້າໄປສຳພັນໜ້ອຍທີ່ສຸດຈຶ່ງຈະສາມາດຊ່ວຍບຳບັດໃຫ້ພວກມັນໄດ້. ດ້ວຍເຫດຜົນນີ້, ພວກເຮົາຈຶ່ງບໍ່ສາມາດໃຫ້ເຈົ້າຂອງເກົ່າເຂົ້າມາສຳຜັດກັບສັດປ່າທີ່ເຄີຍລ້ຽງມາ ແຕ່ເຈົ້າຂອງເກົ່າກໍ່ສາມາດມາຢ້ຽມຢາມສູນຂອງພວກເຮົາໄດ້ເພື່ອເບິ່ງຊົມສັດປ່າໂຕອື່ນໆ.

ຕິດຕໍ່ພວກເຮົາ