[givebutter-widget id="paV4aj"] Skip to main content

ລະດົມທຶນໃຫ້ມູນນິທິອະນຸລັກສັດປ່າລາວ

ພວກເຮົາອົງການກຸສົນຂະໜາດນ້ອຍເຮັດວຽກຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນວ່າເງິນບໍລິຈາກທຸກຢ່າງຈະນຳໄປຊ່ວຍພາລະກິດຂອງພວກເຮົາ ເຊິ່ງໝາຍຄວາມວ່າທີມງານພວກເຮົາເຮັດວຽກຢ່າງໜັກໜ່ວງເພື່ອໃຊ້ຈ່າຍເງິນຊ່ວຍເຫຼືອທຸກໆໂດລາ, ປອນ ແລະ ກີບໃຫ້ມີປະສິດທິຜົນໃນການສະກັດກັ້ນອາຊະຍາກຳສັດປ່າໃນ ສປປ ລາວ. ເນື່ອງຈາກພວກເຮົາປະຢັດຄ່າໃຊ້ຈ່າຍຕ່າງໆໃຫ້ຕ່ຳລົງທຸກການບໍລິຈາກບໍ່ວ່າຫຼາຍ ຫຼື ນ້ອຍກໍ່ມີຄຸນປະໂຫຍດຢ່າງໃຫຍ່ຫຼວງຕໍ່ວຽກງານຂອງພວກເຮົາໃນພາກສະໜາມ.

ທ່ານຄິດກ່ຽວກັບການປີນພູເຂົາ ຫຼື ແລ່ນມາລາທອນແລ້ວບໍ? ປຸງແຕ່ງອາຫານຂາຍ ຫຼື ຂາຍເຂົ້າໜົມແດ່ເປັນງານທີ່ທ້າທາຍໃຫ້ກັບຕົວທ່ານບໍ? ເຂົ້າຮ່ວມກັບພວກເຮົາໃນມື້ນີ້ເລີຍ ແລະ ຢ່າລືມເພີ່ມພວກເຮົາເຂົ້າໃນຄວາມທ້າທາຍ ຫຼື ກິດຈະກຳຂອງທ່ານເດີ! ທ່ານມີແນວຄວາມຄິດທີ່ດີບໍເພື່ອລະດົມທຶນຊ່ວຍປົກປ້ອງສັດປ່າຂອງລາວເຮົາ? ຖ້າທ່ານມີແຜນການທີ່ດີ, ຕ້ອງການຄຳແນະນຳ, ແຮງບັນດາໃຈບາງຢ່າງ ຫຼື ສົນໃຈຊ່ວຍເຫຼືອພວກເຮົາດ້ວຍການແລ່ນລະດົມທຶນ ຫຼື ເຮັດສິ່ງທີ່ທ້າທາຍ ກະລຸນາຕິດຕໍ່ຫາພວກເຮົາ ເພາະພວກເຮົາພ້ອມທີ່ຈະຮັບທຸກການຕິດຕໍ່ຈາກທ່ານ. ພວກເຮົາສາມາດຊ່ວຍເຄື່ອງຂອງ ຫຼື ຂໍ້ມູນຕ່າງໆທີ່ທ່ານຕ້ອງການ ລວມທັງການຕິດຕັ້ງເພຈ໌ລະດົມທຶນ!