[givebutter-widget id="paV4aj"] Skip to main content

ທ່ານເປັນນັກສຶກສາສັດຕະວະແພດທີ່ກຳລັງຊອກຫາປະສົບການໃໝ່ໃນການຮຽນຮູ້ກ່ຽວກັບສັດປ່າແມ່ນບໍ?

ເຂົ້າມາມີສ່ວນຮ່ວມກັບທີມງານມູນນິທິອະນຸລັກສັດປ່າລາວ ເພື່ອຝຶກງານສັດຕະວະແພດ ແລະ ແບ່ງປັນທັກສະຂອງທ່ານໃຫ້ກັບໂຮງໝໍສັດປ່າຂອງພວກເຮົາ! ເມື່ອທ່ານໄດ້ເຂົ້າມາຮ່ວມງານນຳສັດຕະວະແພດສັດປ່າຂອງພວກເຮົາທ່ານຈະໄດ້ຊ່ວຍພວກເຂົາໃນຫຼາຍໆວຽກກ່ຽວກັບສັດປ່ານາໆຊະນິດ ລວມທັງສັດປ່າທີ່ມີເອກະລັກ ແລະ ກົກເຄົ້າກຳເນີດໃນປະເທດລາວ.

A vet cleans a bear's teeth

ເຮັດວຽກແນວໃດໃນແຕ່ລະວັນ?

ທ່ານອາດບໍ່ລຳຄານ ເພາະວ່າໃນແຕ່ລະມື້ທ່ານຈະໄດ້ເຮັດວຽກທີ່ແຕກຕ່າງກັນຮ່ວມກັບທີມງານສັດຕະວະແພດຂອງພວກເຮົາ. ບໍ່ວ່າເວລາໃດກໍ່ຕາມ, ພວກເຮົາສາມາດມີການຊ່ວຍເຫຼືອໃຫ້ສັດປ່າທີ່ກູ້ໄພມາໃໝ່, ຊ່ວຍເຫຼືອສັດປ່າທີ່ຖືກເຈົ້າໜ້າທີ່ຍຶດມາໂດຍດ່ວນ ຫຼື ປິ່ນປົວສັດປ່າທີ່ຢູ່ພາຍໃນສູນຂອງພວກເຮົາ. ໃນມື້ສຳຄັນເຊັ່ນນີ້, ຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງທ່ານຕໍ່ກັບທີມງານສັດຕະວະແພດຂອງພວກເຮົາຈະພິສູດໃຫ້ເຫັນວ່າມີຄຸນຄ່າໃນການເຮັດວຽກໃຫ້ສຳເລັດ.

ພວກເຮົາຍັງສົ່ງເສີມໃຫ້ນັກສຶກສາອາສາສະໝັກສັດຕະວະແພດດຳເນີນໂຄງການ ການຄົ້ນຄວ້າຂອງຕົນເອງຢ່າງເປັນອິດສະຫຼະໃນຊ່ວງໄລຍະເວລາທີ່ຢູ່ໃນສູນຂອງພວກເຮົາ.

ຖ້າສະພາບແວດລ້ອມທີ່ໜ້າຕື່ນເຕັ້ນນີ້ເປັນເໝືອນບ່ອນທີ່ທ່ານຄິດຝັນ ເຊີນສະໝັກໄດ້ເລີຍໃນມື້ນີ້!

ສຳລັບຂໍ້ມູນທຸກຢ່າງກ່ຽວກັບສູນຂອງພວກເຮົາ ແລະ ວິທີການອະນຸລັກສັດປ່າ ເຊີນກົດເຂົ້າເບິ່ງຄູ່ມືການເປັນອາສາສະໝັກ. ຖ້າທ່ານບໍ່ພົບຄຳຕອບໃດສຳລັບຄຳຖາມຂອງທ່ານ ກະລຸນາຢ່າລັງກຽດຕິດຕໍ່ຫາພວກເຮົາ. ເມື່ອທ່ານຕັດສິນໃຈເລືອກເອົາໂປຼແກຼມແລ້ວ ທ່ານສາມາດສະໝັກຜ່ານອອນໄລນ໌ໄດ້ຂ້າງລຸ່ມນີ້!

ຄູ່ມືການເປັນອາສາສະໝັກ ສະໝັກຜ່ານອອນໄລນ໌

ພວກເຮົາມີຄວາມພາກພູມໃຈໃນສິ່ງທີ່ບັນດາຜູ້ອາສາສະໝັກໄດ້ຊ່ວຍເຫຼືອພວກເຮົາຈົນປະສົບຜົນສຳເລັດ ແຕ່ວ່າຢ່າພຽງອ່ານແຕ່ຄຳເວົ້າຂອງພວກເຮົາ: ເຊີນກົດເຂົ້າເບິ່ງຣີວິວຂອງພວກເຮົາໃນ Facebook ແລະ Google.