
ເຂົ້າຮ່ວມກັບພວກເຮົາເປັນອາສາສະໝັກລ້ຽງດູສັດປ່າ
ນັບຕັ້ງແຕ່ການອະນາໄມຄອກສັດ, ການໃຫ້ອາຫານສັດ, ການສ້າງທີ່ຢູ່ອາໄສໃຫ້ສັດ, ການກະກຽມສຳລັບການກູ້ໄພສັດ ຫລື ການເຮັດກິດຈະກຳເສີມສ້າງພຶດຕິກຳສັດ, ວຽກໃນໂຄງການລ້ຽງດູສັດປ່າຂອງພວກເຮົາແຕ່ລະມື້ຈະບໍ່ຄືກັນ! ທຸກໆຄົນທີ່ເຂົ້າມາອາສາສະໝັກເຮັດວຽກຢູ່ໃນສູນນີ້ໄດ້ປະຖິ້ມບາງສິ່ງບາງຢ່າງໄວ້ຢູ່ເບື້ອງຫຼັງ ບໍ່ວ່າຈະເປັນການຊ່ວຍສ້າງຄອກສັດໃໝ່, ການກະກຽມອຸປະກອນການບຳບັດ-ຟື້ນຟູສັດທີ່ກູ້ໄພມາໃໝ່ ຫລື ການເບິ່ງແຍງສັດທີ່ຢູ່ໃນສູນນີ້ໃຫ້ໄດ້ຮັບມາດຕະຖານລະດັບໂລກ. ທ່ານຈະກັບບ້ານໄປໂດຍທີ່ຮູ້ວ່າທ່ານໄດ້ມີສ່ວນຊ່ວຍຊີວິດສັດປ່າລາວທີ່ໃກ້ຈະສູນພັນ ແລະ ຊ່ວຍຍົກລະດັບການອະນຸລັກສັດປ່າໃຫ້ກ້າວໜ້າໄປອີກຂັ້ນ!
ເຮັດວຽກແຕ່ລະມື້ເປັນແນວໃດ?
ຂ້າງລຸ່ມນີ້ຄືໂຄງຮ່າງທົ່ວໄປກ່ຽວກັບວຽກໃນແຕ່ລະມື້ໃນຖານະທີ່ເປັນອາສາສະໝັກຢູ່ໃນໂຄງການລ້ຽງດູສັດຂອງພວກເຮົາ. ຢ່າງໃດກໍ່ຕາມ, ການເຮັດວຽກຢູ່ໃນສູນຊ່ວຍເຫຼືອສັດປ່າອາດເຮັດໃຫ້ສິ່ງຕ່າງໆສາມາດປ່ຽນແປງໄດ້ຢ່າງໄວວາ! ສະນັ້ນ, ການປັບຕົວໄດ້ງ່າຍແມ່ນມີຄວາມສຳຄັນ ເພາະວ່າພວກເຮົາໃຫ້ຄວາມສຳຄັນກັບການເບິ່ງແຍງສັດຂອງພວກເຮົາໃຫ້ດີທີ່ສຸດ ແລະ ປັບປຸງ LCTW ຢ່າງຕໍ່ເນື່ອງ. ກຽມພ້ອມທີ່ຈະປັບຕົວ ແລະ ສ້າງຜົນປະໂຫຍດທີ່ມີຄວາມໝາຍ!
7:00 ໂມງ
ທ່ານຈະໄດ້ເລີ່ມວຽກແຕ່ລະມື້ໄປພ້ອມກັບຜູ້ຊ່ຽວຊານດ້ານການລ້ຽງດູສັດປ່າຂອງພວກເຮົາ ໂດຍການກະກຽມອາຫານ, ອະນາໄມຄອກສັດ ແລະ ກວດເຊັກໃຫ້ໝັ້ນໃຈວ່າສັດທຸກໂຕມີຄວາມສົດໃສ, ຕື່ນຕົວ ແລະ ຕອບສະໜອງໄດ້ດີ. ຄວາມພະຍາຍາມຂອງທ່ານຊ່ວຍໃຫ້ໝັ້ນໃຈໄດ້ວ່າພວກມັນມີສຸຂະພາບດີ, ຢູ່ດີມີສຸກໃນແຕ່ລະມື້!
11:00 ໂມງ
ຫລັງຈາກສຳເລັດວຽກລ້ຽງດູສັດໃນຕອນເຊົ້າແລ້ວ ທ່ານຈະໄດ້ເຂົ້າຊ່ວຍວຽກໃນຫຼາຍໂຄງ ເພື່ອຊ່ວຍຍົກລະດັບ LCTW ໃຫ້ດີຂຶ້ນກວ່າເກົ່າ. ຢູ່ໃນສູນຊ່ວຍເຫຼືອສັດປ່າ ໂຄງການຕ່າງໆອາດມີຕັ້ງແຕ່ການກໍ່ສ້າງ ແລະ ຍົກລະດັບຖິ່ນທີ່ຢູ່ອາໄສຂອງສັດ, ການປັບປຸງພື້ນຖານໂຄງລ່າງ ແລະ ເບິ່ງແຍງພືດພັນໄປຈົນເຖິງການສ້ອມບຳລຸງເສັ້ນທາງຍ່າງ ຫລື ແມ້ກະທັ້ງການສັງເກດເຝົ້າເບິ່ງສັດ.
12:00 ໂມງ
ຫລັງຈາກເຮັດວຽກໜັກໜ່ວງລ້ຽງດູສັດມາຈົນເຖິງຕອນສວາຍແລ້ວ ທ່ານຈະຕ້ອງຫິວເຂົ້າຢ່າງແນ່ນອນ! ອາຫານສວາຍຂອງທ່ານຈະຈັດສົ່ງໄປທີ່ເຮືອນຊຸມນຸມອາສາສະໝັກ ບ່ອນທີ່ທ່ານສາມາດເຂົ້າໄປກິນອາຫານລາວແຊບໆຕາມທີ່ທ່ານເລືອກໄວ້ຈາກເມນູອາຫານເຈຂອງພວກເຮົາ.
13:00 ໂມງ
ເມື່ອທ່ານກິນເຂົ້າສວາຍແລ້ວ ກໍ່ເຖິງເວລາທີ່ຕ້ອງກັບໄປເຮັດວຽກ ໂດຍກະກຽມອາຫານຕອນສວາຍໃຫ້ສັດຕ່າງໆ.
14:00 ໂມງ
ໃນຕອນບ່າຍ ທ່ານຈະໄດ້ເກືອອາຫານຄາບທີສອງໃຫ້ສັດ ຈາກນັ້ນ, ຈຶ່ງກັບຄືນໄປສືບຕໍ່ໂຄງການທີ່ທ່ານເຮັດຢູ່ໃນຕອນເຊົ້າ ຫລື ຈະເລີ່ມໂຄງການໃໝ່ກໍ່ໄດ້. ບໍ່ວ່າທ່ານຈະກໍ່ສ້າງ, ປັບປຸງບ່ອນຢູ່ອາໄສຂອງສັດ ຫລື ຊ່ວຍເຫຼືອໃນວຽກງານອື່ນໆກໍ່ຕາມ ຍັງມີຫຼາຍວຽກທີ່ຕ້ອງການຄວາມຊ່ວຍເຫຼືອຢູ່ເລື້ອຍໆ!
16:00 ໂມງ
ໃນຕອນບ່າຍ ທ່ານຈະໄດ້ເກືອອາຫານຄາບທີສອງໃຫ້ສັດ ຈາກນັ້ນ, ຈຶ່ງກັບຄືນໄປສືບຕໍ່ໂຄງ ການທີ່ທ່ານເຮັດຢູ່ໃນຕອນເຊົ້າ ຫລື ຈະເລີ່ມໂຄງການໃໝ່ກໍ່ໄດ້. ບໍ່ວ່າທ່ານຈະກໍ່ສ້າງ, ປັບປຸງບ່ອນຢູ່ອາໄສຂອງສັດ ຫລື ຊ່ວຍເຫຼືອໃນວຽກງານອື່ນໆກໍ່ຕາມ ຍັງມີຫຼາຍວຽກທີ່ຕ້ອງການຄວາມຊ່ວຍເຫຼືອຢູ່ເລື້ອຍໆ!
