top of page
ການ​ຈັບ​ແຂ້

ເຂົ້າ​ຮ່ວມ​ກັບ​ພວກ​ເຮົາທີ່ LCTW ເພື່ອ​ການ​ຝຶກ​ງານ​ໃນ​ຊີ​ວິດ​ຂອງ​ທ່ານ 

ໃນສູນ LCTW ໂຄງ​ການ​ຝຶກ​ງານ​ຂອງ​ພວກ​ເຮົາ​ຈະ​ໃຫ້​ປະ​ສົບ​ການ​ແກ່​ທ່ານ​ຕ່າງ​ຈາກ​ບ່ອນ​ອື່ນ! ທ່ານ​ຈະ​ໄດ້​ເຂົ້າ​ເຮັດ​ວຽກ​ກັບ​ທີມ​ງານ​ຜູ້​ຊ່ຽວ​ຊານ​ສັດ​ປ່າ​ຂອງ​ພວກ​ເຮົາ ແລະ ຄວາມ​ມຸ່ງ​ໝັ້ນ​ໃນ​ໄລ​ຍະ​ຍາວ​ຂອງ​ທ່ານ​ຈະ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ໜ້າ​ທີ່​ຂອງ​ທ່ານ​ຫຼາຍ​ຂຶ້ນ. ການ​ອະ​ນຸ​ລັກແມ່ນ​ຂົງ​ເຂດ​ທີ່ກວ້າງ​ຂວາງ ຕ້ອງ​ອາ​ໄສ​ຫຼາຍ​ພາກ​ສ່ວນ​ເຮັດ​ວຽກ​ຮ່ວມ​ກັນ ແລະ ພວກ​ເຮົາ​ກໍ່​ຮູ້​ສຶກ​ຕື່ນ​ເຕັ້ນ​ຈະ​ຊ່ວຍ​ທ່ານ​ຊອກ​ຫາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສ້າງ​ແຮ​ງ​ກະ​ແທກ​ທີ່​ມີ​ຄວາມ​ໝາຍ​ຕໍ່​ການ​ອະ​ນຸ​ລັກ​ໃນ​ລາວ​ໃນ​ຊ່ວງ​ເວ​ລາ​ທີ່​ທ່ານ​ຢູ່​ໃນ​ສູນນີ້. ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ນັກ​ຝຶກ​ງານ​ທີ່​ມີ​ເປົ້າ​ໝາຍ ແລະ ໂຄງ​ການຫຼາກ​ຫຼາຍ​ຕ່າງໆ ໂດຍ​ນັບ​ຕັ້ງ​ແຕ່​ການ​ຈັດ​ການ​ສັດ ແລະ ສັດ​ຕະ​ວະ​ແພດ​ໄປ​ຈົນ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ ແລະ ການ​ເຂົ້າ​ເຖິງ​ການ​ສຶກ​ສາ.

ໝີ

ໄດ້​ຮັບ​ປະ​ສົບ​ການ ແລະ ສ້າງແຮງ​ກະ​ແທກ​ໃນ​ການ​ອະ​ນຸ​ລັກ

ໃນ​ຖາ​ນະ​ເປັນ​ນັກ​ຝຶກ​ງານ​ຢູ່ LCTW ພວກ​ເຮົາ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ເປົ້າ​ໝາຍ​ໂຄງ​ການ​ຂອງ​ທ່ານ ພ້ອມ​ທັງ​ໝັ້ນ​ໃຈ​ວ່າ​ທ່ານ​ສ້າງ​ແຮງ​ກະ​ແທກ​ທີ່​ສຳ​ຄັນ​ໃຫ້​ກັບ​ວຽກ​ງານ​ຂອງ​ພວກ​ເຮົາ. ໃນ​ຂະ​ນະ​ທີ່​ທ່ານ​ເຮັດ​ວຽກ​ໃນ​ໂຄງ​ການ​ຂອງ​ທ່ານ ທ່ານ​ຍັງ​ຈະ​ຊ່ວຍ​ເບິ່ງ​ແຍງ​ສັດ​ປ່າ​ຂອງ​ພວກ​ເຮົາ​ບໍ່​ວ່າ​ຈະ​ຢູ່​ໃນ​ໂຄງ​ການ​ລ້ຽງ​ດູ​ສັດ ຫຼື ສັດ​ຕະ​ວະ​ແພດ (ຂຶ້ນ​ຢູ່​ກັບ​ວຽກ​ໃນ​ອາ​ຊີບ​ຂອງ​ທ່າ​ນ). 

ບໍ່ພຽງແຕ່​ພວກ​ເຮົາ​ຄາດ​ຫວັງ​ຄວາມ​ທຸ່ມ​ເທຈາກ​ພະ​ນັກ​ງານ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ ແຕ່​ພວກ​ເຮົາ​ຍັງ​ຊອກ​ຫາ​ນັກ​ຝຶກ​ງານ​ທີ່​ມີ​ຄຸນ​ວຸ​ທິ​ດຽວ​ກັນ​ກັບ​ພະ​ນັກ​ງານ​ຂອງ​ພວກ​ເຮົາ ເຊັ່ນ: ຄວາມ​ຕົງ​ຕໍ່​ເວ​ລາ, ການ​ເຮັດ​ວຽກ​ໜັກ, ຄວາມ​ຫຼົງ​ໄຫຼ, ຄວາມ​ມຸ່ງ​ໝັ້ນ ແລະ ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ຖື​ວ່າ​ເປັນ​ຄຸນ​ລັກ​ສະ​ນະ​ພິ​ເສດ​ທີ່​ພວກ​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ເມື່ອ​ພວກ​ເຮົາ​ຄັດ​ເລືອກ​ຜູ້​ສະ​ໝັກ. ດ້ວຍ​ຄວາມ​ມຸ່ງ​ໝັ້ນ​ຕ່ຳ​ສຸດ 12 ອາ​ທິດ ນັກ​ຝຶກ​ງານ​ຂອງ​ພວກ​ເຮົາຈະ​ໄດ້​ຮັບ​ຄວາມ​ຮູ້​ຢ່າງກວ້າງ​ຂວາງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ໃນ​ການ​ເບິ່ງ​ແຍງ​ຮັກ​ສາ​ສັດ​ປ່າ  

ພວກ​ເຮົາ​ເຂົ້າ​ໃຈ​ດີ​ວ່າ​ການ​ກ້າວ​ເຂົ້າ​ສູ່​ຂົງ​ເຂດ​ການ​ອະ​ນຸ​ລັກ​ນັ້ນ​ອາດ​ເປັນ​ສິ່ງ​ທ້າ ໂດຍ​ສະ​ເພາະ​ອຸ​ປະ​ສັກ​ທາງ​ດ້ານ​ການ​ເງິນ. ເພື່ອ​ເຮັດ​ໃຫ້​ໂຄງ​ການ​ຂອງ​ພວກ​ເຮົາ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ຢ່າງ​ງ່າຍ​ດາຍ ພວກ​ເຮົາ​ຂໍ​ສະ​ເໜີ​ສ່ວນ​ຫຼຸດ​ຄ່າ​ທຳ​ນຽມ​ອາ​ສາ​ສະ​ໝັກ 50% ໃຫ້​ກັບ​ນັກ​ຝຶກ​ງານ ເຊິ່ງ​ເປັນ​ການ​ເປີດ​ໂອ​ກາດ​ໃຫ້​ຜູ້​ໃຝ່ຝັນທີ່​ຈະ​ເປັນ​ນັກ​ອະ​ນຸ​ລັກ​ຈາກ​ທົ່ວ​ໂລກ.

ຕື່ມ​ຂໍ້​ມູນ​ໃສ່​ໃບ​ສະ​ໝັກ​ຂອງ​ພວກ​ເຮົາ​ໃນ​ມື້ນີ້ ເພື່ອ​ສະ​ແດງ​ຄວາມ​ສົນ​ໃຈ​ໃນ​ການ​ຝຶກ​ງານ​ກັບ LCTW

ໃນ​ຂະ​ນະ​ທີ່​ທ່ານ​ລໍ​ຖ້າ​ຄຳ​ຕອບ​ຂອງ​ພວກ​ເຮົາ ກະ​ລຸ​ນາ​ກົດ​ເຂົ້າ​ເບິ່ງ​ຄູ່​ມື​ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ ເພື່ອ​ຮັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຊີວິດຢູ່​ທີ່ LCTW!

bottom of page