top of page

ຈັນ​ຍາ​ບັນ​ໃນ​ການ​ເຮັດ​ວຽກ​ກັບ​ສັດ

ແລະ ເປັນ​ຫຍັງ LCTW ຈຶ່ງ​ມີ​ຄວາມ​ແຕກ​ຕ່າງ

ສູນ​ອະ​ນຸ​ລັກ​ພັນ​ສັດ​ປ່າ​ຫຼາຍ​ແຫ່ງ​ໃນ​ອາ​ຊີ​ຕາ​ເວ​ັນ​ອອກ​ສ່ຽງ​ໃຕ້​ມີ​ການ​ໃຫ້​ປະ​ສົບ​ການ​ໃຫ້​ອາ​ສາ​ສະ​ໝັກ ໂດຍ​ທ່ານ​ສາ​ມາດ​ອຸ້ມ ຫລື ກອດ​ສັດ​ໄດ້.

ການ​ຂີ່ ຫລື ອາບ​ນ້ຳ​ໃຫ້​ຊ້າງ ແລະ ກອດ​ລີງ: ປະ​ສົບ​ການ​ເຫຼົ່າ​ນີ້ເບິ່ງ​ຄື​ວ່າມີ​ຜົນ​ດີ ແລະ ຈະ​ເກີດ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ແຕ່​ຄວາມ​ຈິງ​ແລ້ວ​ກໍ່​ບໍ່​ໄດ້​ເປັນ​ແບບນັ້ນ.

 

_DSC0011.JPG
DSC_0157.JPG

​ເຖິງ​ແມ່ນ​ວ່າພຶດ​ຕິ​ກຳ​ບາງ​ຢ່າງ​ຈະ​ເປັນ​ທຳ​ມະ​ຊາດ ເຊັ່ນ: ຊ້າງ​ອາບ​ຂີ້​ຕົມ ແຕ່​ຊ້າງ​ກໍ່​ບໍ່​ຄຸ້ນ​ເຄີຍ​ກັບ​ການ​ກະ​ທຳ​ແບບນັ້ນ​ຮ່ວມ​ກັບ​ເພື່ອນ​ມະ​ນຸດ​ທີ່​ບໍ່​ຮູ້​ຈັກ. ຖ້າ​ຊ້າງ​ຕ້ອງ​ອາບ​ນ້ຳ​ກັບ​ນັກ​ທ່ອງ​ທ່ຽວ ຜູ້ລ້ຽງ​ດູ ຫລື ຄວນ​ຊ້າງ​ຈະ​ຕ້ອງ​ຄວບ​ຄຸມ​ຊ້າງ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຄົນ. ນີ້​ຈະ​ປ່ຽນ​ສິ່ງ​ທີ່​ຊ້າງ​ຕ້ອງ​ການ​ໄປ​ເປັນ​ສິ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຕ້ອງ​ການ​ຈາກ​ປະ​ສົບ​ການ​ດັ່ງ​ກ່າວ.

ຊ້າງ​ມັກ​ຈະ​ລະ​ມັດ​ລະ​ວັງ​ຕົວ​ເມື່ອ​ຢູ່​ໃກ້​ກັບ​ຄົນ​ທີ່ບໍ່​ຮູ້​ຈັກ ແລະ ຈະ​ລະ​ມັດ​ລະ​ວັງ​ຕົວ​ບໍ່​ໃຫ້​ຄົນ​ເຂົ້າ​ຫາ ຫລື ທຳ​ຮ້າຍ​ພວກ​ມັນ. ໝາຍ​ຄວາມ​ວ່າ​ຊ້າງ​ຕ້ອງ​ຕື່ນ​ຕົວ ແລະ ລະ​ມັດ​ລະ​ວັງ​ກ່ຽວ​ກັບ​ພຶດ​ຕິ​ກຳ​ຂອງ​ມັນ ​ແທນ​ທີ່​ຈະ​ເປັນ​ກິດ​ຈະ​ກຳ​ຜ່ອນ​ຄາຍ​ໃຫ້​ພວກ​ມັນ ແຕ່​ເຮັດ​ໃຫ້​ຊ້າງ​ເກີດ​ຄວາມ​ກົດ​ດັນ​ທີ່​ບໍ່​ສົມ​ຄວນ.

ມີ​ຫຼາຍ​ຄຳ​ຖາມ​ທີ່​ສຳ​ຄັນ​ທີ່​ທ່ານ​ຄວນ​ຖາມ​ກ່ອນ​​ຈະ​ເລືອກ​ບ່ອນ​​ໃຊ້​ເວ​ລາ ແລະ ເງິນ​ຫາ​ຍາກ​ຂອງ​ທ່ານ

  • ສັດ​ທີ່​​ຖື​ກ “​ກູ້​ໄພ​ມາ” ຖືກ​ລ້ຽງ​ໄວ້​ຢ່າງ​ບໍ່​ມີ​ກຳ​ນົດ ເພື່ອ​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ບໍ?

  • ມີ​ມາດ​​ຕະ​ການ​ບຳ​ບັດ-ຟື້ນ​ຟູ, ປ່ອຍ ຫລື ຂະ​ຫຍາຍ​ພັນ​ທີ່​ຖືກ​ຕ້ອງ​ຕາມ​ຫຼັກ​ຈັນ​ຍາ​ບັນ​ບໍ?

  • ການ​ປະ​ຕິ​ສຳ​ພັນຂອງ​ທ່ານ​ເຮັດ​ໃຫ້​ສັດ​ປ່າ​ມີ​ພຶດ​ຕິ​ກຳ​ທີ່​ບໍ່​ເປັນ​ທຳ​ມະ​ຊາດ​ບໍ?

  • ສັດ​ຕ່າງໆ​ຖືກ​ນໍ​າ​ມາ​ວາງ​ສະ​ແດງ ເພື່ອ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ລາ​ຄາ​ເທົ່າ​ໃດ?

  • ເງິນ​ຂອງ​ທ່ານ​ຖືກ​ໃຊ້​ໄປ​ໃສແດ່?

ສະ​ຖານ​ທີ່​ອະ​ນຸ​ລັກ​ພັນ​ສັດ​ປ່າ​ທີ່​ມີ​ຊື່​ສຽງ​ສາ​ມາດ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້​ໄດ້ ແລະ ນັ້ນ​ກໍ່​ເປັນ​ສິ່ງ​ທີ່​ດີ! ແຕ່​ຖ້າ​ສະ​ຖານ​ທີ່​ທ່ານ​ໄປ​ຢ້ຽມ​ຊົມ​ບໍ່​ສາ​ມາດ​ໃຫ້​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ​ໄດ້ ກໍ່​ຄວນ​ພິ​ຈາ​ລະ​ນາ​ການ​ຢ້ຽມ​ຊົມ​ຂອງ​ທ່ານ​ໃໝ່.

ແມ່ນ​ຫຍັງ​ເຮັດ​ໃຫ້

LCTW ມີ​ຄວາມ​ແຕກ​ຕ່າງ?

ຢູ່ທີ່ LCTW​ ພວກ​ເຮົາ​ມອບ​ປະ​ສົບ​ການ​ທີ່​ເປັນ​ຈັນ​ຍາ​ບັນ ແລະ ຍືນ​ຍົງ ໂດຍ​ມີ​ນະ​ໂຍ​ບາຍ​ບໍ່​ສຳ​ຜັດສັດ​ຢ່າງ​ເຂັ້ມ​ງວດ.

 

ຍ້ອນ​ຫຍັງ?

ຍ້ອນ​ວ່າພວກ​ເຮົາ​ມີ​ເປົ້າ​ໝາຍຈະ​ປ່ອຍ​ສັດ​ທີ່​ພວກ​ເຮົາ​ກອບກູ້​ມາ​ກັບຄືນ​ສູ່​ທຳ​ມະ​ຊາດ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລະ ເພື່ອ​ໃຫ້​ສັດ​ສາ​ມາດ​ຢູ່​ລອດໄດ້ ມັນ​ຕ້ອງ​ມີ​ສັນ​ຊາດ​ຕະ​ຍານ​ທີ່​ເປັນ​ທຳ​ມະ​ຊາດ.

​ໝາຍ​ຄວາມ​ວ່າໃຫ້​ສັດ​ມີ​ການ​ລະ​ມັດ​ລະ​ວັງ​ມະ​ນຸດ​ ແລະ ບໍ່​ເຂົ້າ​ໃກ້​ມະ​ນຸດ ເພື່ອ​ຫາ​ອາ​ຫານ ຫລື ຄວາມ​ຮັກ. ການ​ເຊື່ອມ​ໂຍງ​ກັບ​ມະ​ນຸດ ໝາຍ​ຄວາມ​ວ່າ​ເມື່ອ​ສັດ​ຖືກ​ປ່ອຍ​ກັບ​ຄືນ​ສູ່​ທຳ​ມະ​ຊາດ ພວກ​ມັນ​ມີ​ແນວ​ໂນ້ມ​ສູງ​ທີ່​ຈະ​ອອກ​ມາ​ຊອກ​ຫາ​ມະ​ນຸດ ແລະ ສຸດ​ທ້າຍ​ກໍ່​ສິ້ນ​ສຸດ ​ໂດຍ​ການ​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ສັດ​ປ່າ​ທີ່​ຜິ​ດກົດ​ໝາຍ​ອີກ​ຄັ້ງ.

WhatsApp Image 2024-08-17 at 13.17.06.jpeg
IMG_2750.jpeg

ແລ້ວ​ສັດ​ປ່າ​ທີ່​ອາ​ໄສ​ຢູ່​ໃນ​ສູນຂອງ​ພວກ​ເຮົາທີ່​ບໍ່​ສາ​ມາດ​ປ່ອຍ​ຄືນ​ສູ່​ທຳ​ມະ​ຊາດ​​ແດ່​ຈະ​ເຮັດ​ແນວ​ໃດ? ສັດ​ຈຳ​ພວກນີ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສອນ​ພຶດ​ຕິ​ກຳ​ທີ່​ເປັນ​ທຳ​ມະ​ຊາດ​ໃຫ້​ກັບ​ສັດ​ໂຕ​ໜຸ່ມ​ນ້ອຍ​ທີ່​ໄດ້​ຮັບ​ການ​ກອບ​ກູ້​ມາ ເພື່ອ​ໃຫ້​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ​ໃນ​ການ​ປ່ອຍ​ກັບ​ຄືນ​ສູ່​ທຳ​ມະ​ຊາດ ແລະ ການ​ປ່ອຍ​ໃຫ້​ສັດ​ປ່າ​ທຸກ​ໂຕ​ທີ່​ຢູ່​ໃນ​ສູນນີ້​ໄດ້​ໃຊ້​ຊີ​ວິດ​ຕາມທຳ​ມະ​ຊາດ​ຖື​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພວກ​ເຮົາ. 

ສະ​ນັ້ນ, ການ​ຮັກ​ສາ​ສັນ​ຊາດ​ຕະ​ຍານ​ຂອງ​ສັດ​ປ່າຈຶ່ງ​ເປັນ​ສິ່ງ​ສຳ​ຄັນ​ສຳ​ລັບ​ການ​ປົກ​ປັກ​ຮັກ​ສາ​ສັດ​ປ່າ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ສັດ. ສັດ​ບໍ່​ຄວນ​ເຮັດ​ຫຍັງ​ເລີຍ ນອກ​ຈາກ​ເປັນ​ສັດ​ຕາມ​ກຳ​ນົດ​ເວ​ລາ​ຂອງ​ມັນ.

ພວກ​ເຮົາ​ຍັງ​ມີ​ນະ​ໂຍ​ບາຍທາງ​ໂຊ​ຊ່ຽວ​ມີ​ເດຍ​ຢ່າງ​ເຂັ້ມ​ງວດ ເຊິ່ງ​ບໍ່​ອະ​ນຸ​ຍາດ​ໃຫ້​ອາ​ສາ​ສະ​ໝັກຂອງ​ພວກ​ເຮົາ​ແຊ​ຣ໌​ຮູບ​ພາບ​ລູກ​ສັດ​ນ້ອຍ​ທີ່​ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ພະ​ນັກ​ງານ​ພວກ​ເຮົາ ຫລື ໃນ​ເມື່ອ​ພະ​ນັກ​ງານ ຫລື ອາ​ສາ​ສະ​ໝັກ​ສັດ​ຕະ​ວະ​ແພດ​ກຳ​ລັງ​ມີ​ການ​ສຳ​ຜັດ​ກັບ​ສັດ. ເປັນ​ຫຍັງ​ຈຶ່ງບໍ່​ໃຫ້​ແຊ​ຣ໌ຮູບ​ພາບ?

ເມື່ອ​ຄົນ​ເຫັນ​ເຂົາ​ເຈົ້າ​ສຳ​ຜັດ​ກັບ​ສັດ​ອາດ​ເຂົ້າ​ໃຈ​ວ່າ "ຫຼິ້ນ" ກັບ​ສັດ​ປ່າ ສະ​ນັ້ນ, ອາດ​ເປັນ​ການ​ບົ່ງ​ບອກ​ໄດ້​ວ່າ​ມັນ​ບໍ່​ເປັນ​ຫຍັງ​ທີ່​ຈະ "ຫຼິ້ນ" ຫລື ສຳ​ຜັດ​ກັບ​ສັດ​ປ່າ. ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ​ເກີດ​ຂຶ້ນມ​າ​ຈາກ​ຄວາມ​ຕ້ອງ​ການ ແລະ ຄົນ​ຕ້ອງ​ການ​ສັດ​ປ່າ​ມາ​ເປັນ​ສັດ​ລ້ຽງ ຫລື ເຮັດ​ທຸ​ລະ​ກິດ​ຕ່າງໆ ໂດຍ​ຮູ້​ວ່າ​ເຂົາ​ເຈົ້າ​ສາ​ມາດ​ສ້າງ​ກຳ​ໄລ​ໄດ້​ຈາກ​ການ​ໃຫ້​ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ກັບ​ສັດ ມີ​ແຕ່​ຈະສົ່ງ​ຜົນ​ເຮັດ​ໃຫ້​​ທຸກ​ຢ່າງຮ້າຍ​ແຮງກວ່າ​ເກົ່າ​ເທົ່າ​ນັ້ນ.

bottom of page