
ໂຄງການອາສາສະໝັກລາວ
ໂຄງການອາສາສະໝັກລາວຂອງພວກເຮົາເປີດໂອກາດໃຫ້ປວງຊົນລາວໄດ້ເຂົ້າມາມີສ່ວນຮ່ວມໂດຍກົງຕໍ່ການອະນຸລັກສັດປ່າ ໂດຍການສະໜັບສະໜູນການເບິ່ງແຍງສັດ, ການສຶກສາ ແລະ ການປັບປຸງຖິ່ນທີ່ຢູ່ອາໄສຂອງສັດ.

ເຂົ້າມາມີສ່ວນຮ່ວມທີ່ສຳຄັນຂອງ LCTW
ໂຄງການອາສາສະໝັກລາວຂອງພວກເຮົາແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ແຕ່ພວກເຮົາຂໍໃຫ້ອາສາສະໝັກລາວທຸກຄົນອຸທິດເວລາຕາມຈຳນວນຊົ່ວໂມງທີ່ກຳນົດໄວ້ຕໍ່ເດືອນ ເພື່ອໃຫ້ໝັ້ນໃຈວ່າການມີສ່ວນຮ່ວມຂອງພວກເຂົາຈະເປັນປະໂຫຍດຕໍ່ທັງ LCTW ແລະ ຕົວພວກເຂົາເອງ. ພວກເຮົາມີເປົ້າໝາຍທີ່ຈະດຶງດູດເອົາອາສາສະໝັກໄລຍະຍາວ ເພາະວ່າຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນຂອງພວກເຮົາ ແລະ ຊ່ວຍໃຫ້ແຕ່ລະຄົນມີຄວາມຮັບຜິດຊອບຫຼາຍຂຶ້ນຈົນໃນທີ່ສຸດກໍ່ສາມາດກາຍມາເປັນຜູ້ຊ່ຽວຊານຂອງ LCTW. ອາສາສະໝັກລາວສາມາດຊ່ວຍວຽກຫຼາຍດ້ານ ໂດຍນັບຕັ້ງແຕ່ການເປັນໄກ້ນຳທ່ຽວ ແລະ ຈັດສວນພູມີທັດໄປຈົນເຖິງການມີສ່ວນຮ່ວມໃນການລ້ຽງດູສັດ ແລະ ເຮັດເຄື່ອງຂອງຫຼິ້ນເສີມສ້າງພຶດຕິກຳສັດ ເຊິ່ງທັງໝົດນີ້ມີຄວາມສຳຄັນຕໍ່ຄວາມສຳເລັດຂອງການອະນຸລັກຂອງພວກເຮົາ.