top of page

ຈອງ​ທົວ​ປະ​ຈົນ​ໄພເບິ່ງ​ສັດ​ປ່າ​ໄດ້​ໃນ​ມື້ນີ້

ພວກ​ເຮົາ​ມີ​ທົວ​​ຫຼາກ​ຫຼາຍ​ຮູບ​ແບບ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ສົນ​ໃຈ ແລະ ລະ​ດັບ​ກິດ​ຈະ​ກຳ​ຂອງ​ແຂກ​ທຸກ​ຄົນ ໂດຍ​ນັບ​ຕັ້ງ​ແຕ່​ຜູ້​ມາ​ຢ້ຽມ​ຊົມ​ທົ່ວ​ໄປ ໄປ​ຈົນ​ເຖິງ​ຜູ້​ທີ່​ມີ​ຄວາມ​ຫຼົງ​ໄຫຼ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ບໍ່​ວ່າ​ຈະ​ເປັນ​ການ​ຍ່າງ​ຫຼິ້ນ​ຜ່ານ​ເຂດ​ອະ​ນຸ​ລັກ​ພັນ​ສັດ​ປ່າ​ຂອງ​ພວກ​ເຮົາ ຫຼື ຍ່າງ​ປ່າ​ແບບ​ປະ​ຈົນ​ໄພ ໂດຍ​ຈະ​ມີ​ໄກ້​ທີ່​ເປັນ​ຜູ້​ຊ່ຽວ​ຊານ​ດ້ານ​ສັດ​ປ່າ​ນຳ​ພາ​ທ່ານ ເຊິ່ງ​ໄກ້​ຈະ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ກ່ຽວ​ກັບ​ສັດ​ປ່າ, ຖິ່ນ​ທີ່​ຢູ່​ອາ​ໄສ​ຂອງ​ສັດ ແລະ ວຽກ​ງານ​ຂອງ​ສູນພວກ​ເຮົາ​ນີ້​ໃຫ້​ທ່ານ. ໃນ​ບາງ​ທົວ​ທ່ານ​ຍັງ​ຈະ​ໄດ້​ກິນ​ອາ​ຫານ​ລາວ​ທີ່​ເຮັດ​ໂດຍ​ຄົນ​ລາວ​ໃນ​ທ້ອງ​ຖິ່ນນີ້ ຖື​ວ່າ​ເປັນ​ວິ​ທີ​ທີ່​ສົມ​ບູນ​ແບບ​ໃນ​ການ​ສຳ​ຜັດ​ກັບ​ທຳ​ມະ​ຊາດ, ຮຽນ​ຮູ້​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສັດ​ປ່າ ແລະ ສຳ​ຜັດ​ກັບ​ຄວາມ​ສວຍ​ງາມ​ຂອງວັດ​ທະ​ນະ​ທຳ​ລາວ​ດ້ວຍ​ຕົວ​ທ່ານ​ເອງ!

crocs
Two bears
langur
Anchor 3

ການ​ຍ່າງ​ເບິ່ງ​ຊົມ​ພາຍ​ໃນ​ສູນ

ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ

ການ​ຍ່າງ​ປະ​ຈ​ົນ​ໄພ​ເບິ່ງ​ສັດ​ປ່າ

ທົວ​ນີ້ເໝາະ​ສົມ​ສຳ​ລັບ​ທຸກ​ເພດ​ທຸກ​ໄວ ແລະ ທຸກຄວາມ​ສາ​ມາດ! ທົວ​ແບບນີ້​ທ່ານ​ຈະ​ໄດ້​ເຫັນ​ສັດ​ທີ່​ພວກ​ເຮົາ​ກອບ​ກູ້​ມາ​ຈາກ​ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ ເຊິ່ງ​ປັດ​ຈຸ​ບັນ​ນີ້ ພວກ​ມັນ​ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ຢູ່​ໃນ​ຄອກ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ນອກ​ຈາກນີ້, ​ທ່ານ​ຍັງ​ຈະ​ໄດ້​ຮ​ັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ແລະ ເລິກ​ເຊິງ​ກ່ຽວກ​ັບ​ໂຄງ​ການ​ປະ​ສົມ​ພັນ​ສັດ ເພື່ອ​ການ​ອະ​ນຸ​ລັກ​ຂອງ LCTW ເຊິ່ງ​ມີ​ການ​ປະ​ສົ​ມ​ພັນສັດ​ທີ່​ໃກ້​ຈະ​ສູນ​ພັນ​ຂັ້ນ​ຮຸນ​ແຮງ ເພື່ອ​ຈະ​ໄດ້​ລູກ​ສັດ​ນ້ອຍ​ມາ​ຊ່ວຍ​ຟື້ນ​ຟູ ແລະ ເສີມ​ສ້າງ​ປະ​ຊາ​ກອນ​ສັດ​ປ່າ​ໃນ​​ລາວ. ມັນ​ເປັນ​ປະ​ສົບ​ການ​ທີ່​ເປັນ​ເອ​ກະ​ລັກ​ແທ້ໆ​ທີ່​ທ່ານ​ຈະ​ບໍ່​ພົບ​ຢູ່​ບ່ອນ​ໃດ​ໃນປະ​ເທດ​​ລາວ.

ມາ​ຍ່າງ​ຜ່ອນ​ຄາຍ​ໄປ​ໃນ​ປ່າ​ພ້ອມ​ກັບ​ໄກ້​ຂອງ​ພວກ​ເຮົາ ເຊິ່ງ​ທ່ານ​ຈະ​ມີ​ໂອ​ກາດ​ໄດ້​ພົບ​ເຫັນ​ໝີ​ທີ່​ທາງ​ສູນ​ພວກ​ເຮົາ​ກອບ​ກູ້​ມາ​ຢູ່​ໃນ​ຄອກ​ທຳ​ມະ​ຊາດ ພ້ອມ​ທັງ​ຈະ​ໄດ້​ພົບ​ເຫັນ​ກວາງ​ປ່າ ແລະ ຟານ​ທີ່​ສວຍ​ງາມ​ຕາມ​ເສັ້ນ​ທາງ​ການ​ຍ່າງ​ທົວ. ການ​ທົວ​ນີ້​ທ່ານ​ຍັງ​ຈະ​ໄດ້​ຍ່າງ​ເບິ່ງ​ຊົມ​ພາຍ​ໃນ​ສູນ ພ້ອມ​ທັງ​ສຳ​ຜັດ​ກັບ​ປະ​ສົບ​ການ​ເພີ່ມ​ເຕີມ​ໃນ​ການ​ເບິ່ງ​ຊົມ​ສັດ​ທີ່​ສະ​ຫງ່າ​ງາມ​ຢູ່​ທ່າມ​ກາງ​ປ່າ​ໄມ້​ອັນ​ງຽບ​ສະ​ຫງົບ. ການ​ທົວ​ດັ່ງ​ກ່າວນີ້​ຈະ​ໄດ້​ຍ່າງ​ຂຶ້ນ​ພູ​ 2 Km ເຮັດ​ໃຫ້​ທ່ານ​ອາດ​ໄດ້​ພົບ​ເຫັນ​ສັດ​ປ່າ​ທີ່​ຢູ່​ອ້ອມ​ຂ້າງທ່ານ. ເໝາ​ະ​​ສົມສຳ​ລັບ​ຄົນ​ທີ່​ຮັກ​ທຳ​ມະ​ຊາດທີ່​ກຳ​ລັງ​ຊອກ​ຫາ​ບ່ອນ​ພັກ​ຜ່ອນ​ໃນ​ປ່າ​ອັນ​ງຽບ​ສະ​ຫງົບ!

ເຂົ້າ​ສູ່​ການ​ເດີນ​ທາງ​ທີ່​​ລືມບໍ່​ໄດ້ ໂດຍ​ຜ່ານ​ອຸ​ທິ​ຍານ​ແຫ່ງ​ຊາດ​ພູ​ເຂົາ​ຄວາຍ​ທີ່​ສວຍ​ງາມ ບ່ອນ​ທີ່​ທ່ານ​ຈະ​ໄດ້​ສຳ​​ຜັດ​ກັບ​ປ່າ​ໄມ້​ອັນ​ຂຽວ​ງາມ​ໄປ​​ຄຽງ​ຂ້າງ​ກັບ​ຊ່ຽວ​ຊານ​ດ້ານ​ສັດ​ປ່າ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ. ນອກ​ເໜືອ​ຈາກ​ທຸກ​ສິ່ງ​ທີ່​ລວມ​ຢູ່​ໃນ​ທົວ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ ເຊັ່ນ: ພົບ​ເຫັນ​ໝີ​, ກວາງ​ປ່າ ແລະ ຟານ ທ່ານ​ຍັງ​ຈະ​ໄດ້​ເຫັນ​ສັດ​ປ່າ​ອື່ນໆ​ອີກ​ຫຼາຍ​ໂຕ ເຊັ່ນ: ທະ​ນີ ແລະ ຄ່າງ ໃນ​ເມື່ອ​ທ່ານ​ຍ່າງ​ເລິກ​ເຂົ້າ​ໄປ​ໃນ​ປ່າ. ເສັ້ນ​ທາງການ​ຍ່າງທີ່​ທ້າ​ທາຍ​ຮ່າງ​ກາຍນີ້​ມີ​ຄວາມ​ຍາວ​ປະ​ມານ 3 Km ເຊິ່ງ​ເປັນ​ພື້ນ​ທີ່​ລາດ​ຊັນ ແລະ ບໍ່​ພຽງ ແລະ ຈະ​ມີ​ການ​ພັກ​ຜ່ອນ​ກິນ​ເຂົ້າ​ສວາຍທ່າມ​ກາງ​ຄວາມ​ສວຍ​ງາມ​ຂອງ​ທຳ​ມະ​ຊາດ. ** ໝາຍ​ເຫດ: ການ​ຍ່າງ​ປ່າ​ນີ້​ບໍ່​ແນະ​ນຳ​ສຳ​ລັບ​ຜູ້​ສູງ​ອາ​ຍຸ ແລະ​ ເດັກ​ນ້ອຍ.

2

ຕ້ອງ​ຈອງ​ລ່ວງ​ໜ້າ

ບໍ່​ຈຳ​ກັດ​ເວ​ລາ​ເລີ່ມ​ທົວ

1

30 ນາ​ທີ - 1.5 ຊົ່ວ​ໂມງ

3

75,000 ກີບ/ຄົນ (ຄົນ​ລາວ)

150,000 ກີບ/ຄົນ

4
  • ເຕົ່າ​ນ້ຳ ແລະ ເຕົ່າ​ບົກ

  • ທະ​ນີ

  • ເຫງັນ​ໝີ (ເຫງັນ​ຫາງ​ຂໍ)

  • ແຂ້

  • ໂຮງ​ໝໍ​ສັດ​ປ່າ

  • ໂຮງ​ອາ​ຫານ​ສັດ ແລະ ບ່ອນ​ເຮັດ​ເຄື່ອງ​ຫຼິ້ນ​ເສີມ​ພຶດ​ຕິ​ກຳ​ສັດ​

5

ຕ້ອງ​ຈອງ​ລ່ວງ​ໜ້າ

​​ທົວເລີ່ມ 9:00 ໂມງ​

6

1.5 - 3 ຊົ່ວ​ໂມງ

7

400,000 ​ກີບ/ຄົນ (ຄົນ​ລາວ)

800,000 ກີບ/​ຄົນ

9
  • ທຸກ​ຢ່າງ​​ການ​ຍ່າງ​ເບິ່ງ​ຊົມ​ພາຍ​ໃນ​ສູນ

  • ໝີ

  • ກວາງ​ປ່າ ແລະ ຟານ

  • ຍ່າງ​ປ່າ​ໄລ​ຍະ​ສັ້ນ (ຍ່າງ​ຂຶ້ນ​ພູ​ປະ​ມານ 2 km)

0

ຕ້ອງ​ຈອງ​ລ່ວງ​ໜ້າ

ທົວ​ເລີ່ມ 9:00 ໂມງ

11

3 - 5 ຊົ່ວ​ໂມງ

2.png

875,000 ກີບ/​ຄົນ (ຄົນ​ລາວ)

1,750,000 ກີບ/ຄົນ

13
  • ທຸກ​ຢ່າງ​ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ

  • ທະ​ນີ​ຫຼາຍ​ໂຕ

  • ຄ່າງ

  • ຍ່າງ​ປ່າ (​ຍ່າງ​ຂຶ້ນ​ພູ​ສູງຊັນ​ປະ​ມານ 3 Km)

  • ມີ​ອາ​ຫານ​ທ່ຽງ (ຈັດ​ກຽມ​ໃຫ້​ລະ​ຫວ່າງ​ການ​ຍ່າງ)

ເພີ່ມ​ການ​ສ້າງ​ກິດ​ຈະ​ກຳ​ໃຫ້​ໝີ

enrichment

ຊ່ວຍ​ເສີມ​ສ້າງ​ສ​ະ​ຫວັດ​ດີ​ການໃຫ້​ໝີ​ຂອງ​ພວກ​ເຮົາ ໂດຍ​ການ​ສ້າງ​ກິດ​ຈະ​ກຳ ​ເສີມ​ສ້າງ​ພຶດ​ຕິ​ກຳ​ທີ່​ເປັນ​ທຳ​ມະ​ຊາດ​ຂອງ​ໝີ. ທ່ານ​ຈະ​ໃຊ້​ອາ​ຫານ, ກິ່ນ ແລະ ສິ່ງ​ຂອງ​ຕ່າງໆ​ມາ​ປະ​ດິດ​ເປັນ "ເຄື່ອງ​ຫຼິ້ນ" ໃຫ້​ພວກ​ໝີ. ນອກ​ຈາກນີ້, ທ່ານ​ຍັງ​ຈະ​ໄດ້​ເບິ່ງ​​ໝີກິນ ແລະ ຫຼິ້ນ​ກັບ​ເຄື່ອງ​ຂອງ​ທີ່​ທ່ານ​ສ້າງ​ມາ​ດັ່ງ​ກ່າວ. ທ່ານ​ສາ​ມາດ​ເພີ່ມ​ການ​ສ້າງ​ກິດ​ຈະ​ກຳ​ແບບນີ້​ໃສ່​ກັບ​ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ ຫລື ການ​ຍ່າງ​ປະ​ຈົນ​ໄພ​ເບິ່ງ​ສັດ​ປ່າ.

22

ເພີ່ມ 1 ຊົ່ວ​ໂມງ​ຕື່ມ​ໃສ່​ເວ​ລາ​ທົວ

23

+ 300,000 ກີບ/ຄົນ

Anchor 2

School Programs

IMG_3864.JPG
IMG_9599.jpeg
IMG_3417.jpeg

Discovery Stroll

This guided tour is perfect for school groups of all ages and abilities! Students will observe animals rescued from the illegal wildlife trade, now thriving in natural enclosures, while learning about their unique adaptations and conservation challenges. Our team can tailor discussions to match your curriculum—whether it’s biology, environmental science, geography, or ethics—making it a meaningful, educational experience. Students will also explore LCTW’s conservation breeding programs, where critically endangered species are bred to help restore wildlife populations in Laos. This one-of-a-kind tour brings classroom lessons to life in an unforgettable way!

Bear Forest Walk

Join us for an educational and engaging forest walk designed for students aged 8 and up! This guided stroll takes students through the natural habitats of our rescued wildlife, where they’ll observe bears in spacious forest enclosures and spot native species like sambar deer and muntjac. Along the way, our educators will tailor discussions to match your students’ learning topics—whether it’s biodiversity, conservation, or animal behavior. Students will also get hands-on by creating enrichment for our 21 rescued bears, giving them a deeper understanding of animal care and welfare. This 2 km walk on uneven terrain offers an immersive and interactive way to connect with nature and learn about Laos’ incredible wildlife.

Wildlife Adventure Trek

Take your learning beyond the classroom with an unforgettable adventure in Phou Khao Khouay National Park! Designed for students aged 12 and up, this educational trek is led by our wildlife experts, offering an in-depth look at Laos’ rich biodiversity. In addition to spotting rescued bears, sambar deer, and muntjac in their natural enclosures, students will hike deeper into the forest to observe incredible wildlife like gibbons and langurs. Along the way, our guides will tailor discussions to fit classroom topics, from ecosystems and conservation to animal adaptations. This 3 km trek is physically challenging with steep, uneven terrain, making it a great opportunity for students to develop teamwork, resilience, and a deeper appreciation for nature. A scenic lunch break in the heart of the forest adds to this immersive outdoor learning experience!

2

ຕ້ອງ​ຈອງ​ລ່ວງ​ໜ້າ

ບໍ່​ຈຳ​ກັດ​ເວ​ລາ​ເລີ່ມ​ທົວ

1

30 ນາ​ທີ - 1.5 ຊົ່ວ​ໂມງ

3

75,000 ກີບ/ຄົນ (ຄົນ​ລາວ)

150,000 ກີບ/ຄົນ

4
  • ເຕົ່າ​ນ້ຳ ແລະ ເຕົ່າ​ບົກ

  • ທະ​ນີ

  • ເຫງັນ​ໝີ (ເຫງັນ​ຫາງ​ຂໍ)

  • ແຂ້

  • ໂຮງ​ໝໍ​ສັດ​ປ່າ

  • ໂຮງ​ອາ​ຫານ​ສັດ ແລະ ບ່ອນ​ເຮັດ​ເຄື່ອງ​ຫຼິ້ນ​ເສີມ​ພຶດ​ຕິ​ກຳ​ສັດ​

5

Advanced Booking Required

Start times are flexible

6

3 - 4 hours

7

300,000 kip/person 

9
  • Suitable for students 8 years old and up

  • Everything in Discovery Stroll

  • Bears + Enrichment Activity

  • Sambar deer and muntjac

  • Short forest walk (~2 km on uneven terrain)

  • Includes Lunch

0

ຕ້ອງ​ຈອງ​ລ່ວງ​ໜ້າ

ທົວ​ເລີ່ມ 9:00 ໂມງ

11

3 - 5 ຊົ່ວ​ໂມງ

2.png

875,000 ກີບ/​ຄົນ (ຄົນ​ລາວ)

1,750,000 ກີບ/ຄົນ

13
  • ທຸກ​ຢ່າງ​ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ

  • ທະ​ນີ​ຫຼາຍ​ໂຕ

  • ຄ່າງ

  • ຍ່າງ​ປ່າ (​ຍ່າງ​ຂຶ້ນ​ພູ​ສູງຊັນ​ປະ​ມານ 3 Km)

  • ມີ​ອາ​ຫານ​ທ່ຽງ (ຈັດ​ກຽມ​ໃຫ້​ລະ​ຫວ່າງ​ການ​ຍ່າງ)

LCTW & Nampien Yorla Pa Adventure

468996305_1151512293644053_4434635766593043361_n.jpg

This educational tour takes students on an immersive journey through nature and sustainability. Explore a hydroponics farm to learn about innovative farming techniques, visit the biodiversity insect museum to discover the fascinating world of insects, and join LCTW’s Discovery Stroll to see wildlife conservation in action. A perfect hands-on experience to inspire the next generation of environmental stewards! This educational tour takes students on an immersive journey through nature and sustainability. Explore a hydroponics farm to learn about innovative farming techniques, visit the biodiversity insect museum to discover the fascinating world of insects, and join LCTW’s Discovery Stroll to see wildlife conservation in action. A perfect hands-on experience to inspire the next generation of environmental stewards!

0

ຕ້ອງ​ຈອງ​ລ່ວງ​ໜ້າ

ທົວ​ເລີ່ມ 9:00 ໂມງ

11

3 - 5 ຊົ່ວ​ໂມງ

2.png

875,000 ກີບ/​ຄົນ (ຄົນ​ລາວ)

1,750,000 ກີບ/ຄົນ

13
  • ທຸກ​ຢ່າງ​ການ​ຍ່າງ​ປ່າ​ເບິ່ງ​ຊົມ​ໝີ

  • ທະ​ນີ​ຫຼາຍ​ໂຕ

  • ຄ່າງ

  • ຍ່າງ​ປ່າ (​ຍ່າງ​ຂຶ້ນ​ພູ​ສູງຊັນ​ປະ​ມານ 3 Km)

  • ມີ​ອາ​ຫານ​ທ່ຽງ (ຈັດ​ກຽມ​ໃຫ້​ລະ​ຫວ່າງ​ການ​ຍ່າງ)

Ready to bring learning to life? Contact us today to book this unforgettable outdoor classroom experience!​

​ຈອງ​ທົວ​​​ປະ​ຈົນ​ໄພ​ເບິ່ງ​ສັດ​ປ່າ​ໄດ້​ໃນມື້ນີ້!

ກະ​ລຸ​ນາ​ຂຽນ​​ໃສ່​ແບບ​ຟອມນີ້​ໃຫ້​ຄົບ​ຖ້ວນ ເພື່ອ​ຈອງ​ທົວ​ຂອງ​ທ່ານ​ທີ່ ມູນ​ນິ​ທິ ອະ​ນຸ​ລັກ ສັດ​ປ່າ ລາວ. ພຽງ​ແຕ່​ຂຽນ​ໃສ່​ແບບ​ຟອມນີ້​ຍັງ​ບໍ່​ທັນຢືນ​ຢັນ​ທົວ​ຂອງ​ທ່ານ. 

ທົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ການ​ຢືນ​ຢັນ 100% ກໍ່​ຕໍ່​ເມື່ອ​ທ່ານ​ໄດ້​ຮັບ​ອີ​ເມວ​ຢືນ​ຢັນ ເຊິ່ງ​ລະ​ບຸ​ວ່າ​ໄ​ດ້​ຮັບ​ການ​ຢືນ​ຢັນ​ແລ້ວ​ສຳ​ລັບ​ວັນ​ທີ​ເດືອນ​ປີ​ທີ່​ທ່ານ​ເລືອກ​ມາ​ທົວ.

ຖ້າ​ທ່ານ​ບໍ່​ໄດ້​ຮັບ​ອີ​ເມວ​ຢືນ​ຢັນ​ສຳ​ລັບ​ການ​ຈອງ​ທົວ​ຂອງ​ທ່ານພາຍ​ໃນ 48 ຊົ່ວ​ໂມງ ກະ​ລຸ​ນາ​ສົ່ງ​ຂໍ້​ຄວາມ​ຫາ​ພວກ​ເຮົາ​ໄດ້​ທີ່ WhatsApp (+856 20 52 902 093).

 

ຖ້າ​ທ່ານ​ຕ້ອງ​ການ​ຈອງ​ທົວ​ທີ່​ມີ​ການ​ແຈ້ງ​ລ່​ວງ​ໜ້າ​ຕ່ຳ​ກວ່າ 24 ຊົ່ວ​ໂມງ ກະ​ລຸ​ນາ​ຂຽນ​ໃສ່​ແບບ​ຟອມນີ້ ແລະ ຕິດ​ຕໍ່​ພວກ​ເຮົາ​ຜ່ານ​ທາງ WhatsApp.

 

ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ພົບ​ກັບ​ທ່ານ​ທີ່ LCTW ​ສຳ​ລັບ​ການ​ປະ​ຈົນ​ໄພ​ອະ​ນຸ​ລັກ​ສັດ​ປ່າ!

ເພື່ອ​ຮັບ​ປະ​ກັນ​ໃຫ້​ທ່ານ​ໄດ້​ສຳ​ຜັດ​ກັບ​ປະ​ສົບ​ການ​ທີ່​ດີ​ທີ່​ສຸດ ພວກ​ເຮົາ​ໄດ້​ລວບ​ລວມ​ບາງ​ສິ່ງ​ຂອງ​ທີ່​ທ່ານ​ຄວນ​ກະ​ກຽມ​ສຳ​ລັບ​ການ​ປະ​ຈົນ​ໄພ​ຂອງ​ທ່ານ.

 

ຄຼິກ​ໃສ່​ນີ້ ເພື່ອ​ເບິ່ງ​ສິ່ງ​ຂອງ​ດັ່ງ​ກ່າວ!​

Tour Type

ຊອກ​ຫາ​ທາງ​ມາ​ທີ່ LCTW:
ສັດ​ປ່າ, ສິ່ງ​ມະ​ຫັດ​ສະ​ຈັນ ແລະ ການ​ປະ​ຈົນ​ໄພ​ລໍ​ຖ້າ​ທ່ານ​ຢູ່!

ເມື່ອ​ຄົ້ນ​ຫາ​ເສັ້ນ​ທາງ​ໃນ Google Maps ມີ​ສອງວິ​ທີ​ທີ່​ຈະ​ເຮັດ​ໃຫ້ Google ບອກ​ເສັ້ນ​ທາງ​​ທີ່​ໄວ​ທີ່ສຸດ​ໃຫ້​ທ່ານ​ມາ​ທີ່ນີ້. 

  1. ​ຄົ້ນ​ຫາ​ເສັ້ນ​ທາງ​ມາ​ຍັງ LCTW ແຕ່​ປ່ຽນ​ການ​ເດີນ​ທາງ​ຂອງ​ທ່ານ​ຈາກ "ລົດ" ໄປ​ເປັນ "ລົດ​ຈັກ". ເສັ້ນ​ທາງນີ້​ຈະ​ພາ​ທ່ານ​ຂ້າມ​ຂົວ ແລະ ເປັນ​ເສັ້ນ​ທາງທີ່​ໄວ​ທີ່​ສຸດ​ມາ​ຍັງ​ສູນ​ຂອງ​ພວກ​ເຮົາ​ນີ້.

  2. ໃຊ້ຈຸດ​ທີ່​ໝາຍ​ວ່າ Shortcut Bridge ໃນ​ແຜນ​ທີ່ຂ້າງ​ລຸ່ມນີ້​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທຳ​ອິດ​ຂອງ​ທ່ານ. ຫຼັງ​ຈາກ​ທີ່​ທ່ານ​ມາ​ຮອດ​ຂົວ​ນີ້​ ທ່ານ​ສາ​ມາດ​ໃຊ້​ຈຸດ​ປັກ​ເຂັມ​ໝຸດ​ທີ​ສອງ​ທີ່​ໝາຍ​ເປັນ LCTW ເພື່ອ​ມາ​ຍັງ​ສູນ​ຊ່ວຍ​ເຫຼືອ​ສັດ​ປ່າ​ຂອງ​ພວກ​ເຮົາ!

ທ່ານ​ຍັງ​ສາ​ມາດ​ມາ​ຕາມ​ປ້າຍບອກ​ທາງ​ຂອງ ມູນ​ນິ​ທິ ອະ​ນຸ​ລັກ ສັດ​ປ່າ ລາວ ເຊິ່ງ​ທ່ານ​ຈະ​ເລີ່ມ​ເຫັນ​ປ້າຍ​ເມື່ອ​ທ່ານ​ລ້ຽວ​ອອກ​ຈາກ​ເສັ້ນ​ທາງ​ເລກ​ທີ 13 ໃຕ້. ຖ້າ​ທ່ານ​ມີ​ຄຳ​ຖາມ​ໃດ ຢ່າ​ລັງ​ກຽດ​ຕິດ​ຕໍ່​ຫາ​ພວກ​ເຮົາ​ໄດ້​ທີ່ WhatsApp!

ເມື່ອ​ມາ​ຮອດ ກະ​ລຸ​ນາ​ໃຊ້​ຫ້ອງ​ນ້ຳ​​ຂອງ Nampien Yorla Pa ທີ່​ຢູ່​ໃກ້ໆ​ກັບ​ບ່ອນ​ຈອດ​ລົດ ຫຼັງ​ຈາກນັ້ນ​ຂັບ​ລົດ​ຂອງ​ທ່ານ​ຂ້າມ​ຝາຍ​ນ້ຳ​ປຽນ ແລະ ຂັບ​ຕາມ​ເສັ້ນທາງ​ມາ​ຈົນກວ່າ​ຈະ​ເຫັນ​ພາບ​ແຕ້ມ​ຂະ​ໜາດ​ໃຫຍ່​ຢູ່​ກຳ​ແພງ (ຄອກ​ແຂ້​ຂອງ​ພວກ​ເຮົາ) ແລ້ວ​ໃຫ້​ທ່ານ​ຈອດ​ລົດ​ຂອງ​ທ່ານ​ໄວ້​ຂ້າງ​ທາງ​ບ່ອນ​ທີ່​ເປັນ​ດິນ. ພະ​ນັກ​ງານ​ຂອງ​ພວກ​ເຮົາ​ຈະ​ລົງ​ມາ​ພົບ​ທ່ານ​ຕາມ​ເວ​ລາ​ທີ່​ນັບ​ກັນ​ໄວ້.

ນອກ​ຈາກນີ້, ພວກ​ເຮົາ​ຍັງ​ຮ່ວມ​ມື​ກັບ Discover Laos ເພື່ອ​ໃຫ້​ການ​ບໍ​ລິ​ການຂົນ​ສົ່ງ​ແກ່​ແຂກ​ຂອງ​ພວກ​ເຮົາ. ຈອງ​ລົດ​ໄຟ​ຟ້າ ແລະ ​​ຂັບ​ມາ​ປະ​ຈົນ​ໄພ​ດ້ວຍ​ຕົວ​ທ່ານ​ເອງ ຫລື ຖ້າ​ຫາກ​ທ່ານ​ບໍ່​ກ້າ​ຂັບ​ລົດ​ຢູ່​ໃນ​ລາວ ໃຫ້​ທ່ານ​ເລືອກ​ໃຊ້​ບໍ​ລິ​ການ​ລົດ​ຕູ້​ແບບ​ສ່ວນ​ຕົວ. ລົດ​ຕູ້​ຈະ​ພາ​ທ່ານ​ມາ​ທີ່ LCTW, ລໍ​ຖ້າ​ທ່ານ​ທົວ ແລະ ພາ​ທ່ານ​ກັບ​ຄືນ​ໄປ​ທີ່​ໂຮງ​ແຮມ​ຂອງ​ທ່ານ. ຖ້າ​ຕົວ​ເລືອກ ​ໃດ​ຕົວ​ເລືອກ​ໜຶ່ງ​ເຫຼົ່າ​ນີ້​ໜ້າ​ສົນ​ໃຈ ທ່ານ​ສາ​ມາດ​ຈັດ​ການ​ເດີນ​ທາງ​ຂອງ​ທ່ານ​ໂດຍ​ກົງ​ກັບ​ທີມ​ງານ​ຂອງ​ເຂົາ​ເຈົ້າ ເພື່ອ​ການ​​ປະ​ຈົນ​ໄພ​ຂອງ​ທ່ານ​ທີ່ LCTW! 

​ທ່ານ​ສາ​ມາດຕໍ່​ການ​ປະ​ຈົນ​ໄພ​ປ່າ​ຂອງ​ທ່ານ​ໄດ້ ​ໂດຍການ​ພັກ​ຄ້າງ​ຄືນ​ທີ່ Nampien Yorla Paເພື່ອ​ມ່ວນ​ຊື່ນ​ໄປ​ກັບ​ຄວາມ​ຕື່ນ​ເຕັ້ນ​ຂອງ​ການ​ຍ່າງ​ຢູ່​ເທິງ​ຂົວ​ອູ່, ສຳ​ຜັດ​ກັບ​ນ້ຳ​ຕົກ​ຕາດ​ທີ່​ສວຍ​ງາມ, ຢ້ຽມ​ຊົມ​ພິ​ພິ​ທະ​ພັນ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຊີ​ວະ​ນາໆ​ພັນ ແລະ ສຳ​ຜັດ​ກັບ​ສິ່ງ​ອື່ນໆ​ອີກ​ຫຼາຍ​ຢ່າງ​ທ່າມ​ກາງບັນ​ຍາ​ກາດ​ທີ່​ສວຍ​ງາມ​ແຫ່ງນີ້! ​ຈອງ​ບ່ອນ​ພັກ​ຂອງ​ທ່ານ​ໃນ​ມື້ນີ້!

 

 

bottom of page