[givebutter-widget id="paV4aj"] Skip to main content

ຜູ້ສະໜັບສະໜູນ

ສູນ​ຂອງ​ພວກ​ເຮົາໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຕົ້ນ​ຕໍ​ໂດຍ​ບໍ​ລິ​ສັດ NCX Honda, ຕົວ​ແທນ​ຈຳ​ໜ່າຍລົດ, ລົດ​ຈັກ ແລະ ເພົາ​ເວີ​ຣ​ໂປ​ຣ​ດັກ​ສ໌​ຮອນ​ດ້າຢ່າງ​ເປັນ​ທາງ​ການ​ໃນ​ລາວ​ນັບ​ແຕ່​ປີ 1962 ເປັນ​ຕົ້ນ​ມາ. ທາງ​ບໍ​ລິ​ສັດໄດ້​ມີ​ບົດ​ບາດ​ສຳ​ຄັນໃນ​ການ​ອະ​ນຸ​ລັກ​ສັດ​ປ່າ​ລາວ ໂດຍ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ NGO ແລະ ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ເພື່ອ​ຊ່ວຍ​ຫັນ​ປ່ຽນ​ພື້ນ​ທີ່​ສວນ​ສັດ​ລາວ​ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ຊ່ວຍ​ປົກ​ປ້ອງ​ສັດ​ປ່າ​ຂອງ​ປະ​ເທດ​ລາວ.

​ບັນ​ດາພະ​ນັກ​ງານ​ ແລະ ສັດ​ທຸກ​ໂຕ​ໃນມູນ​ນິ​ທິ ອະ​ນຸ​ລັກ ສັດ​ປ່າ ລາວ ຂໍ​ຂອບ​ໃຈສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ສູນ​ຂອງ​ພວກ​ເຮົາ​ຢ່າງ​ຕໍ່​ເນື່ອງ ແລະ ການ​ອຸ​ທິດ​ຕົນ ເພື່ອ​ຊ່ວຍ​ປົກ​ປັກ​ຮັກ​ສາ​ສັດ​ປ່າ​ລາວ.

ຄູ່​ຮ່ວມ​ງານ & ທຶນ​ຊ່ວຍ​ເຫຼືອ

ມູນນິທິອະນຸລັກສັດປ່າລາວໄດ້ຮັບການສະໜັບສະໜູນຈາກບັນດາຜູ້ອຸປະຖຳ ແລະ ຄູ່ຮ່ວມງານຕະຫຼອດຈົນເຖິງບຸກຄົນທົ່ວໄປ ໂດຍຜ່ານການບໍລິຈາກແບບຄັ້ງດຽວ ຫຼື ເປັນປະຈຳ.

ຖ້າຫາກທ່ານສົນໃຈສະໜັບສະໜູນວຽກງານຂອງພວກເຮົາ ຫຼື ຢາກເຂົ້າມາມີສ່ວນຮ່ວມໃນການອະນຸລັກ ແລະ ສຶກສາສັດປ່າ ກະລຸນາຕິດຕໍ່ຫາພວກເຮົາ!