[givebutter-widget id="paV4aj"] Skip to main content

ຍິນດີຕ້ອນຮັບສູ່ມູນນິທິອະນຸລັກສັດປ່າລາວ!

ມູນນິທິອະນຸລັກສັດປ່າລາວແມ່ນສູນກູ້ໄພ, ອະນຸລັກ ແລະ ສຶກສາສັດປ່າທີ່ບໍ່ຫວັງຜົນກຳໄລແຫ່ງທຳອິດຂອງປະເທດລາວ.

ພວກເຮົາດຳເນີນງານເປັນສູນອະນຸລັກສັດປ່ານາໆຊະນິດຢູ່ທາງທິດເໜືອຂອງນະຄອນຫຼວງວຽງຈັນຂອງ ສປປ ລາວ ເພາະເປັນຈຸດສຸມທີ່ມີການລັກລອບຄ້າຂາຍສັດປ່າຫຼາຍທີ່ສຸດຢູ່ໃນທະວີບອາຊີ. ພວກເຮົາເຮັດວຽກຮ່ວມກັບເຈົ້າໜ້າທີ່ເພື່ອຕ້ານອາຊະຍາກຳສັດປ່າ ແລະ ກູ້ໄພສັດປ່າທຸກໆຊະນິດ ໂດຍມີຈຸດປະສົງນຳມາບຳບັດຟື້ນຟູ ແລະ ປ່ອຍກັບຄືນສູ່ປ່າບ່ອນທີ່ໄດ້ຮັບການຄຸ້ມຄອງ. ສັດປ່າໂຕໃດທີ່ບໍ່ເໝາະສົມນຳໄປປ່ອຍພວກເຮົາຈະຕ້ອງໄດ້ລ້ຽງດູ ແລະ ຮັກສາໄວ້ຕະຫຼອດຊີວິດຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົານີ້.

ອ່ານເພີ່ມເຕີມກ່ຽວກັບສູນຂອງພວກເຮົາ

ໜ້າທີ່ຂອງທ່ານ

ວຽກງານຂອງພວກເຮົາຈະເດີນໜ້າໄປບໍ່ໄດ້ຖ້າຂາດການຊ່ວຍເຫຼືອຈາກບັນດາຜູ້ອາສາສະໝັກ! ຊ່ວງໄລຍະເວລາທີ່ທ່ານຢູ່ໃນສູນຂອງພວກເຮົາ ທ່ານຈະເຫັນໄດ້ຄຸນປະໂຫຍດທີ່ທ່ານສ້າງໃຫ້ກັບຊີວິດຂອງສັດປ່າທຸກໂຕບໍ່ວ່າຈະເປັນການລ້ຽງດູ, ການໃຫ້ອາຫານ ແລະ ການຕົບແຕ່ງອາລີຊີເມນ. ທຸກໆຄົນທີ່ເຂົ້າມາເປັນອາສາສະໝັກກັບພວກເຮົາກໍ່ໄດ້ເຮັດສຳເລັດບາງສິ່ງບາງຢ່າງໄວ້ເຊັ່ນ: ການສ້າງສະນ້ຳ, ເຮັດສິ່ງໄຕ່ປີນຕ່າງໆໃຫ້ກັບສັດປ່າ ຫຼື ປຸກສ້າງຄອກສັດໃໝ່. ໂຄງການຂອງພວກເຮົານີ້ມີເອກະລັກ ແລະ ກຳລັງເຕີບໃຫຍ່ຂະຫຍາຍຕົວ ສະນັ້ນ, ທຸກໆສິ່ງທີ່ທ່ານສ້າງຈະມີຄຸນປະໂຫຍດໃນຫຼາຍໆປີຕໍ່ໜ້າ.

ໃນນາມທີມງານ ແລະ ສັດປ່າຂອງພວກເຮົາຂໍສະແດງຄວາມຂອບໃຈສຳລັບການຢາກມາເປັນອາສາສະໝັກກັບພວກເຮົາ. ພວກເຮົາມີຄວາມຕ້ອງການຢ່າງຍິ່ງ ແລະ ຂໍຮູ້ບຸນຄຸນຢ່າງສູງຕໍ່ການຊ່ວຍເຫຼືອຂອງທ່ານ ຫວັງວ່າທ່ານຈະເຂົ້າມາຮ່ວມງານກັບທີມງານຂອງພວກເຮົາ!

ກົດເຂົ້າເບິ່ງທຸກໂປຼແກຼມຂອງພວກເຮົາ

ຫຼັກຈັນຍາບັນຂອງພວກເຮົາ

ຢູ່ໃນມູນນິທິອະນຸລັກສັດປ່າລາວ ພວກເຮົາໃຫ້ປະສົບການທາງດ້ານຈັນຍາບັນ ແລະ ຄວາມຍືນຍົງ ດ້ວຍນະໂຍບາຍການປະຕິບັດທີ່ເຂັ້ມງວດ.

ພວກເຮົາມີຈຸດປະສົງຈະປ່ອຍສັດປ່ານາໆຊະນິດທີ່ພວກເຮົາກູ້ໄພມາກັບຄືນສູ່ປ່າ ແຕ່ກ່ອນອື່ນໝົດເພື່ອໃຫ້ສັດປ່າມີຊີວິດຢູ່ລອດຕ້ອງໃຫ້ພວກມັນຢູ່ແບບພຶດຕິກຳທຳມະຊາດ ເຊິ່ງໝາຍຄວາມວ່າໃຫ້ພວກມັນຢ້ານກົວຄົນເຮົາ ຈຶ່ງບໍ່ມີໃຜເຂົ້າໄປໃກ້ເພື່ອຈັບເບິ່ງ ແລະ ໃຫ້ອາຫານ. ເຖິງແມ່ນວ່າສັດປ່າທີ່ໄດ້ອາໄສຢູ່ໃນສູນຂອງພວກເຮົາ ຫຼາຍໂຕແມ່ນມີບັນຫາດ້ານສຸຂະພາບຕະຫຼອດໄປເຊິ່ງບໍ່ສາມາດປ່ອຍກັບຄືນສູ່ປ່າ ແຕ່ພວກມັນກໍ່ມີບົດບາດສຳຄັນເພື່ອສອນພຶດຕິກຳທາງທຳມະຊາດໃຫ້ກັບສັດປ່າໂຕໜຸ່ມນ້ອຍທີ່ພວກເຮົາຫາກໍ່ກູ້ໄພມາໃໝ່.

ດ້ວຍເຫດຜົນນີ້, ວຽກງານຂອງຜູ້ອາສາສະໝັກຂອງພວກເຮົາແມ່ນສຸມໃສ່ທຸກວິທີການທີ່ທ່ານສາມາດປັບປຸງຊີວິດຂອງສັດປ່າເຫຼົ່ານີ້ບໍ່ໃຫ້ສຳພັນກັບຄົນເຮົາ ເພື່ອເພີ່ມຜົນປະໂຫຍດໃຫ້ແກ່ພວກມັນໃນໄລຍະຍາວ.

ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການທາງຈັນຍາບັນຂອງພວກເຮົາ

ຂ້າພະເຈົ້າຕ້ອງກຽມຫຍັງເປັນອາສາສະໝັກ?

ເພື່ອເປັນອາສາສະໝັກກັບພວກເຮົາ ທ່ານບໍ່ຈຳເປັນຕ້ອງມີປະສົບການໃດກ່ຽວກັບສັດປ່າມາກ່ອນ ເນື່ອງຈາກວ່າພວກເຮົາຕ້ອງການອາສາສະໝັກຕະຫຼອດປີ ພວກເຮົາພຽງແຕ່ຊອກຫາຄົນທີ່ມີທັດສະນະຄະຕິທີ່ດີ ແລະ ເຕັມໃຈທີ່ຈະຮຽນຮູ້ໃນການຊ່ວຍເຫຼືອສັດປ່າ!

ພວກເຮົາມີຂໍ້ກຳນົດພື້ນຖານສອງສາມຂໍ້ດັ່ງລຸ່ມນີ້:

  • ຕ້ອງເວົ້າໄດ້ພາສາອັງກິດໃນລະດັບດີປານກາງ ຫາ ດີເລີດ
  • ມີສຸຂະພາບແຂງແຮງດີ. ສາມາດອົດທົນຕໍ່ສະພາບອາກາດທີ່ຮ້ອນຊຸ່ມ ເພາະທ່ານຈະໄດ້ອອກເຮັດວຽກຂ້າງນອກ!
  • ອາຍຸ 18 ປີ ຂຶ້ນໄປ. ອາສາສະໝັກທີ່ມີອາຍຸຕ່ຳກວ່າ 18 ປີ ສາມາດເຂົ້າຮ່ວມກັບໂຄງການຂອງພວກເຮົາພ້ອມດ້ວຍພໍ່ແມ່ ຫຼື ຜູ້ປົກຄອງ ແຕ່ກະລຸນາສອບຖາມຂໍ້ມູນກັບທີມງານອາສາສະໝັກຂອງພວກເຮົາກ່ອນທີ່ທ່ານຈະຈອງ.

ລາຄາຖືກເທົ່າໃດເປັນອາສາສະໝັກ?

ຄ່າທຳນຽມການເປັນອາສາສະໝັກສຳລັບອາທິດທຳອິດແມ່ນ $700.00 ລວມທັງການບໍລິຈາກໃຫ້ກັບມູນນິທິອະນຸລັກສັດປ່າລາວ ແຕ່ຫຼັງຈາກນັ້ນຖ້າຕ້ອງການຢູ່ຕໍ່ແຕ່ລະອາທິດຕໍ່ໆໄປແມ່ນພຽງແຕ່ $300.00. ພວກເຮົາແມ່ນສູນກູ້ໄພສັດປ່າທີ່ບໍ່ຫວັງຜົນກຳໄລ ສະນັ້ນ, ທຸກການບໍລິຈາກ ແລະ ການເຮັດວຽກຢ່າງໜັກໜ່ວງຂອງທ່ານຈະຊ່ວຍເຮັດໃຫ້ວຽກງານຂອງພວກເຮົາເດີນໜ້າໄປໄດ້.

ພວກເຮົາສາມາດຮັບຄ່າທຳນຽມອາສາສະໝັກເປັນເງິນສະກຸນໃດກໍ່ໄດ້ ແຕ່ຂໍ້ມູນການຊຳລະຄ່າທຳນຽມນັ້ນຈະໄດ້ຮັບເມື່ອການຈອງຂອງທ່ານໄດ້ຖືກຢືນຢັນ.

ເງິນຂອງຂ້າພະເຈົ້າຈະໄປຊ່ວຍວຽກອັນໃດ?

ພວກເຮົາແມ່ນອົງການກຸສົນທີ່ໄດ້ຈົດທະບຽນຢູ່ໃນ ສປປ ລາວ ຖ້າບໍ່ມີການຊ່ວຍເຫຼືອຢ່າງຕໍ່ເນື່ອງຈາກບັນດາຜູ້ອຸປະຖຳ, ຜູ້ໃຫ້ທຶນຮອນ ແລະ ຕົວທ່ານ ພວກເຮົາກໍ່ບໍ່ສາມາດດຳເນີນງານໄດ້! ນີ້ແມ່ນວຽກງານທີ່ເງິນບໍລິຈາກຂອງທ່ານຈະໄປຊ່ວຍ:

ກູ້ໄພສັດ ແລະ ປ່ອຍກັບຄືນ

ໂດຍສ່ວນຫຼາຍແລ້ວພວກເຮົາຕ້ອງໄດ້ຂັບລົດກູ້ໄພສັດປ່າໄປກູ້ໄພສັດປ່າໃນໄລຍະທາງທີ່ຍາວໄກ ພະນັກງານທຸກຄົນຂອງພວກເຮົາຕ້ອງໄດ້ກະກຽມຄອກສັດ ແລະ ອຸປະກອນຂົນສົ່ງໃຫ້ຖືກຕ້ອງ ເພື່ອຮັບປະກັນວ່າສັດປ່າທີ່ຖືກກູ້ໄພນັ້ນມີຄວາມປອດໄພ ແລະ ໄດ້ຮັບການເບິ່ງແຍງທີ່ດີຕະຫຼອດໄລຍະເວລາເດີນທາງມາທີ່ສູນຂອງພວກເຮົາ.

ລົງທຶນໃນການອະນຸລັກ ແລະ ສຶກສາສັດປ່າ

ການກູ້ໄພສັດປ່າ, ບຳບັດຟື້ນຟູ ແລະ ປ່ອຍກັບຄືນແມ່ນສິ່ງທີ່ສຳຄັນທີ່ພວກເຮົາດຳເນີນການ ແຕ່ມັນກໍ່ບໍ່ມີຜົນປະໂຫຍດຫຍັງຖ້າບໍ່ໄດ້ເຮັດວຽກໃນການຕ້ານກັບການຄ້າສັດປ່າທີ່ຜິດກົດໝາຍ. ພວກເຮົາລົງທຶນໃນໂຄງການ ການອະນຸລັກ ແລະ ການສຶກສາສັດປ່າໃນລະດັບທ້ອງຖິ່ນ ແລະ ສູນກາງ ເພື່ອສົ່ງເສີມໃຫ້ປະຊາຊົນລາວເປັນເຈົ້າການໃນການຄຸ້ມຄອງຊີວະນາໆພັນທີ່ມີເອກະລັກສະເພາະຕົວ ພ້ອມກັນນີ້ພວກເຮົາຍັງເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ບັນດາອົງການອະນຸລັກສັດປ່າໂລກ ເພື່ອພັດທະນາກົດໝາຍປົກປ້ອງສັດປ່າທີ່ກຳລັງຖືກໄພຂົ່ມຂູ່ໃນອາຊີຕາເວັນອອກສ່ຽງໃຕ້.

ປຸກສ້າງຄອກສັດ

ພວກເຮົາມີໂຄງການກໍ່ສ້າງເກືອບຕະຫຼອດເວລາ! ພວກເຮົາໄດ້ປຸກສ້າງຄອກສັດໃໝ່ທີ່ເໝາະສົມໃຫ້ກັບສັດປ່າຫຼາຍໆໂຕຂອງພວກເຮົາແລ້ວ ແຕ່ກໍ່ຍັງມີຫຼາຍສິ່ງທີ່ຈະຕ້ອງໄດ້ເຮັດຕໍ່ໄປ. ທຸກການບໍລິຈາກບໍ່ພຽງແຕ່ຊ່ວຍຊື້ວັດຖຸເຄື່ອງຂອງມາກໍ່ສ້າງເທົ່ານັ້ນ ແຕ່ຍັງຈະຊ່ວຍຊີວິດການເປັນຢູ່ຂອງພະນັກງານລາວທຸກຄົນໃຫ້ດີຂຶ້ນ.

ການເກືອອາຫານໃຫ້ສັດ

ອາຫານສັດປ່າຂອງພວກເຮົາຖືກເງິນເປັນຈຳນວນຫຼວງຫຼາຍ ເພາະວ່າພວກເຮົາຕ້ອງເກືອອາຫານຫຼາຍກວ່າ 1000 ຊຸດໃຫ້ກັບສັດປ່າໃນທຸກໆມື້! ພວກເຮົາເຮັດວຽກຢ່າງໜັກໜ່ວງເພື່ອຮັບປະກັນໃຫ້ສັດປ່າທຸກໂຕໄດ້ກິນອາຫານທີ່ເໝາະສົມຕາມຄວາມຕ້ອງການ. ແຕ່ຍັງມີສັດປ່າບາງໂຕທີ່ຢູ່ໃນສູນຂອງພວກເຮົາແມ່ນຕ້ອງການອາຫານພິເສດທີ່ມີລາຄາແພງຫຼາຍ.

ການຮັກສາສຸຂະພາບສັດ

ການຮັກສາສຸຂະພາບຂອງສັດປ່າຍັງເປັນອີກພາກສ່ວນໜຶ່ງທີ່ຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼາຍ ໂດຍນັບຕັ້ງແຕ່ການສັກຢາວັກຊີນປ້ອງກັນຢູ່ເລື້ອຍໆ ແລະ ການຮັກສາບາດແຜໄປຈົນເຖິງການເບິ່ງແຍງຮັກສາດ້ານສັດຕະວະແພດໃຫ້ກັບສັດປ່າທຸກໂຕທີ່ຖືກບາດເຈັບ ແລະ ບໍ່ສະບາຍ! ຢາປິ່ນປົວ, ເຄື່ອງໃຊ້, ອຸປະກອນການແພດ ແລະ ທຸກຄ່າໃຊ້ຈ່າຍອື່ນໆໃນໂຮງໝໍສັດປ່າ ແມ່ນໄດ້ຮັບທຶນສະໜັບສະໜູນຈາກການບໍລິຈາກ ແລະ ໂປຼແກຼມອາສາສະໝັກຂອງພວກເຮົາ.

ການສ້ອມແປງຄອກ ແລະ ຕົບແຕ່ງອາລີຊີເມນໃຫ້ສັດ

ການບໍລິຈາກຊ່ວຍໃຫ້ພວກເຮົາສາມາດສ້ອມແປງ ແລະ ປັບປຸງຄືນຄອກສັດເກົ່າ, ມີວັດຖຸເຄື່ອງຂອງຕົບແຕ່ງອາລີຊີເມນເພື່ອກະຕຸ້ນໃສ່ຊີວິດຂອງສັດປ່າ ແລະ ພ້ອມທັງຍັງຊ່ວຍໃຫ້ພວກເຮົາສາມາດປຸກສ້າງຄອກສັດໃໝ່ອີກ.

ພະນັກງານທ້ອງຖິ່ນ

ພວກເຮົາພູມໃຈທີ່ໄດ້ເປັນນາຍຈ້າງຫຼັກໃຫ້ກັບປະຊາຊົນໃນທ້ອງຖິ່ນນີ້. ພວກເຮົາພະຍາຍາມເຮັດໃຫ້ປະຊາຊົນໃນຊຸມຊົນນີ້ມີໂອກາດໃນການສຶກສາ ແລະ ຝຶກອົບຮົມຕາມມາດຕະຖານສາກົນ ໂດຍທີ່ພວກເຂົາຈະບໍ່ສາມາດພົບໄດ້ໃນບ່ອນອື່ນອີກແລ້ວ. ປັດຈຸບັນນີ້ພວກເຮົາມີພະນັກງານທ້ອງຖິ່ນຫຼາຍກວ່າ 60 ຄົນ ເຮັດໃຫ້ພວກເຮົາປະກອບມີຫຼາຍທີມງານ!

ປະຫວັດຫຍໍ້ຂອງປະເທດລາວ

ປະເທດລາວເປັນປະເທດທີ່ສວຍງາມໃນອາຊີຕາເວັນອອກສ່ຽງໃຕ້. ໃນເມື່ອກ່ອນມີຊື່ເອີ້ນວ່າ: “ລ້ານຊ້າງ” ໝາຍເຖິງ “ແຜ່ນດິນລ້ານຊ້າງ”, ມີການຮັກສາປະຫວັດອັນລ້ຳຄ່າທາງດ້ານພຸດທະສາສະໜາມາຍາວນານ. ເປັນປະເທດທີ່ມີຊື່ສຽງດົງດັງທາງດ້ານຄວາມເປັນມິດໄມຕຣີຂອງປະຊາຊົນ, ມີພູຜາປ່າດົງທີ່ສວຍງົດງາມ ແລະ ມີພື້ນທີ່ປ່າໄມ້ຫຼາຍເປັນອັນດັບສອງຢູ່ໃນທະວີບອາຊີ ສະນັ້ນ, ມັນຈຶ່ງເປັນສິ່ງທີ່ບໍ່ຄວນພາດ!

ເຖິງແມ່ນວ່າປະເທດລາວຈະເປັນໜຶ່ງໃນປະເທດທີ່ດ້ອຍພັດທະນາຢູ່ໃນທະວີບອາຊີ ແຕ່ປະເທດລາວກໍ່ມີຄວາມຄືບໜ້າໃນການຫຼຸດຜ່ອນຄວາມທຸກຍາກໃນສອງທົດສະຕະວັດທີ່ຜ່ານມາ ໂດຍການຫັນປ່ຽນຈາກຊົນນະບົດກາຍມາເປັນຕົວເມືອງຢ່າງໄວວາ ຍ້ອນມີການລົງທຶນຈາກຕ່າງປະເທດໃສ່ໃນຂະແໜງການພະລັງງານໄຟຟ້ານ້ຳຕົກ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດ.

ລາວເປັນປະເທດໜຶ່ງທີ່ບໍ່ມີທາງອອກສູ່ທະເລ ແລະ ມີຊາຍແດນຕິດກັບປະເທດໄທ, ມຽນມາ. ຫວຽດນາມ, ກຳ​ປູ​ເຈຍ, ຈີນ ແລະ ຍັງເປັນປະຕູເຊື່ອມຕໍ່ທີ່ສຳຄັນສຳລັບການຄ້າສັດປ່າທີ່ຜິດກົດໝາຍໃນອາຊີຕາເວັນອອກສ່ຽງໃຕ້ ສະນັ້ນ, ຈຶ່ງເກີດໄພຂົ່ມຂູ່ຕໍ່ຊີວະນາໆພັນທີ່ເປັນເອກະລັກຂອງລາວເຮົາ.

ອ່ານເພີ່ມເຕີມກ່ຽວກັບປະເທດລາວ ຫຼື ປະຫວັດຄວາມເປັນມາຂອງພວກເຮົາ

ສູນຂອງພວກເຮົາເປັນຄືແນວໃດ?

ມູນນິທິອະນຸລັກສັດປ່າລາວຕັ້ງຢູ່ເຂດຊານເມືອງໃນປະເທດລາວ. ພວກເຮົາມີເຮືອນບັງກະໂລທີ່ສວຍງາມ 5 ຫຼັງໃຫ້ສຳລັບຜູ້ອາສາສະໝັກໄດ້ພັກເຊົາ ໂດຍໜຶ່ງຫຼັງຕໍ່ຜູ້ອາສາສະໝັກສອງຄົນທີ່ເປັນເພດດຽວກັນ. ແຕ່ກໍລະນີເປັນຄູ່ຜົວເມຍ, ໝູ່ເພື່ອນ ຫຼື ຄອບຄົວກໍ່ສາມາດເລືອກນອນຫ້ອງດຽວກັນໄດ້. ນອກຈາກນີ້, ພວກເຮົາຍັງມີຜ້າປູຕຽງນອນທີ່ສົດນຸ້ມໃຫ້ທ່ານອີກຢູ່ໃນຫ້ອງ.

ພວກເຮົາມີຫ້ອງນ້ຳ ແລະ ຫ້ອງອາບນ້ຳແຍກກັນໜຶ່ງຫຼັງໃຫ້ຜູ້ຍິງ ແລະ ອີກໜຶ່ງຫຼັງໃຫ້ຜູ້ຊາຍ ແຕ່ລະຫ້ອງນ້ຳເຮັດແບບສະໄຕລ໌ຊາວຕາເວັນຕົກ ພ້ອມທັງແຍກອອກເປັນຫ້ອງອາບນ້ຳສອງຫ້ອງ: ໜຶ່ງຫ້ອງນ້ຳອຸ່ນ ແລະ ໜຶ່ງຫ້ອງນ້ຳເຢັນ.

ພວກເຮົາມີອາຫານໃຫ້ທ່ານໄດ້ກິນຊ່ວງເວລາພັກເຊົາຢູ່ໃນສູນຂອງພວກເຮົາ ເຊິ່ງຮ້ານອາຫານຂອງພວກເຮົາຈະແຕ່ງອາຫານສວາຍ ແລະ ອາຫານແລງໃຫ້ທ່ານກິນ. ແຕ່ສຳລັບອາຫານເຊົ້າແມ່ນທ່ານຈະຕ້ອງໄດ້ແຕ່ງເອງ ໂດຍພວກເຮົາຈະມີໄຂ່, ເຂົ້າຈີ່, ໝາກໄມ້ກວນ, ນົມ, ເນີຍ/ນ້ຳມັນເບີ, ຊາ, ກາເຟ ແລະ ໝາກໄມ້ສົດໄວ້ຢູ່ໃນເຮືອນຄົວໃຫ້ທ່ານ. ນອກຈາກນີ້, ພວກເຮົາຍັງມີນ້ຳດື່ມທີ່ເຢັນ ແລະ ສະອາດໃຫ້ທ່ານໄດ້ດື່ມອີກດ້ວຍ.

ຫຼັງຈາກເລີກວຽກທ່ານສາມາດເຂົ້າມາຫຼິ້ນນຳອາສາສະໝັກ ແລະ ພະນັກງານບຸກຄົນອື່ນໆຂອງພວກເຮົາຢູ່ໃນເຮືອນລວມ ເພື່ອເບິ່ງໜັງ, ຫຼິ້ນເກມ ຫຼື ກິນດື່ມພັກຜ່ອນຢ່ອນໃຈ. ໃນມື້ວັນພັກຂອງທ່ານພວກເຮົາສາມາດພາທ່ານໄປຫຼິ້ນຢູ່ຣີສອດໃກ້ໆສູນນີ້ ເຊິ່ງຈະມີສະລອຍນ້ຳ ແລະ ຮ້ານອາຫານຕ່າງໆ ຫຼື ທ່ານຍັງສາມາດຍ່າງໄປເລາະເບິ່ງຊົມຕະຫຼາດທ້ອງຖິ່ນ, ຮ້ານຂາຍເຄື່ອງ ແລະ ຮ້ານກິນດື່ມຕ່າງໆທີ່ຢູ່ບໍ່ໄກຈາກສູນຂອງພວກເຮົາ.

ຂ້າພະເຈົ້າສາມາດເປັນອາສາສະໝັກໄດ້ເມື່ອໃດ?

ພວກເຮົາເປີດຮັບອາສາສະໝັກຕະຫຼອດປີ! ມີພຽງແຕ່ສອງມື້ເທົ່ານັ້ນທີ່ໂປຼແກຼມອາສາສະໝັກຂອງພວກເຮົາບໍ່ໄດ້ດຳເນີນງານຄື: ວັນທີ 24 ແລະ 25 ຂອງເດືອນທັນວາ. ແຕ່ທ່ານຍັງສາມາດຢູ່ໃນສູນຂອງພວກເຮົາໃນມື້ວັນຄຣິສມາດ ເຖິງແມ່ນວ່າຈະບໍ່ມີກິດຈະກຳໃດເຮັດກໍ່ຕາມ.

ທຸກໆມື້ວັນອາທິດເວລາ 9:30 ຫາ 10 ໂມງເຊົ້າ ພວກເຮົາຈະມາຮັບຜູ້ອາສາສະໝັກຢູ່ນະຄອນຫຼວງວຽງຈັນ ແລະ ພ້ອມທັງສົ່ງກັບຄືນຫຼັງຈາກເປັນອາສາສະໝັກແລ້ວຢູ່ສູນຂອງພວກເຮົາ. ວັນອາທິດເປັນວັນທີ່ເຮົາເປີດໃຫ້ບໍລິການທົວຕ້ອນຮັບຜູ້ອາສາສະໝັກຂອງພວກເຮົາ ດັ່ງນັ້ນ, ເພື່ອໃຫ້ໄດ້ປະສົບການທີ່ດີທີ່ສຸດພວກເຮົາຂໍແນະນຳໃຫ້ທ່ານເລີ່ມຕົ້ນ ແລະ ສິ້ນສຸດໂປຼແກຼມໃນມື້ວັນອາທິດ. ຖ້າສິ່ງນີ້ເປັນໄປບໍ່ໄດ້ສຳລັບທ່ານ, ກະລຸນາຕິດຕໍ່ຫາພວກເຮົາກ່ອນທີ່ທ່ານຈະຈອງ. ພວກເຮົາຍັງສາມາດມາຮັບທ່ານໄດ້ຕາມໂຮງແຮມ ຫຼື ເຮືອນພັກຕ່າງໆໃນຕົວເມືອງບ້ານ ເກີນ. ຖາມຫາທີມງານຂອງພວກເຮົາເພື່ອຈະໄດ້ແນະນຳບ່ອນໃຫ້ທ່ານມາພັກເຊົາ!

ມີຄຳຖາມອື່ນໆອີກບໍ?

ພວກເຮົາມີປື້ມຄູ່ມືການເປັນອາສາສະໝັກທີ່ມີຂໍ້ມູນທຸກສິ່ງຢ່າງລະອຽດ! ດາວໂຫຼດມັນໄດ້ທີ່ນີ້ ແລະ ຖ້າມີສິ່ງໃດທີ່ພວກເຮົາຂາດຂໍ້ມູນ, ກະລຸນາຢ່າລັງກຽດສົ່ງອີເມວມາຫາທີມງານຂອງພວກເຮົາເລີຍ.

ພ້ອມທີ່ຈະຈອງແລ້ວບໍ?

ສະໝັກຜ່ານອອນໄລນ໌