[givebutter-widget id="paV4aj"] Skip to main content

ທ່ານເປັນພະຍາບານສັດຕະວະແພດ ຫຼື ເປັນນັກສຶກສາພະຍາບານສັດຕະວະແພດທີ່ກຳລັງຊອກຫາໂອກາດໃໝ່ ເພື່ອນໍາໃຊ້ ແລະ ແບ່ງປັນທັກສະຂອງທ່ານແມ່ນບໍ? ພິຈາລະນາມາເປັນອາສາສະໝັກຮ່ວມກັບທີມງານສັດຕະວະແພດຂອງພວກເຮົາທີ່ມູນນິທິອະນຸລັກສັດປ່າລາວ!

ຢູ່ໃນໂຮງໝໍສັດປ່າຂອງພວກເຮົາ ທ່ານສາມາດແບ່ງປັນ ແລະ ຝຶກຝົນທັກສະຂອງທ່ານໂດຍການຊ່ວຍເຫຼືອທີມງານສັດຕະວະແພດຂອງພວກເຮົາປິ່ນປົວສັດປ່າທີ່ກູ້ໄພມາ. ການມາເປັນສ່ວນໜຶ່ງຂອງທີມງານພວກເຮົາທ່ານຈະໄດ້ປິ່ນປົວຮັກສາສັດທີ່ຢູ່ໃນໂຮງໝໍ ແລະ ນອກໂຮງໝໍ, ຊ່ວຍເຫຼືອວຽກງານໃນຂັ້ນຕອນການຜ່າຕັດສັດປ່າ, ການລ້ຽງດູສັດປ່າ ແລະ ເບິ່ງຜົນການເຮັດວຽກດ້ານຊ່ວຍເຫຼືອສັດປ່າຢ່າງໃກ້ຊິດໃນແຕ່ລະມື້.

Vets and vet nurses treat a bear at the wildlife hospital

ເຮັດວຽກແນວໃດໃນແຕ່ລະວັນ?

ບັນດາຜູ້ອາສາສະໝັກປົກກະຕິເຮັດວຽກຕັ້ງແຕ່ 8 ໂມງເຊົ້າ ຫາ 5 ໂມງແລງ ແລະ ພັກໜຶ່ງມື້ຕໍ່ອາທິດ. ພວກເຮົາບໍ່ໄດ້ເນັ້ນໃສ່ສະເພາະຕາຕະລາງການເຮັດວຽກຢູ່ໃນໂຮງໝໍສັດປ່າ ຍ້ອນວ່າວຽກການປິ່ນປົວສັດປ່າໃນແຕ່ລະມື້ຈະມີຄວາມແຕກຕ່າງກັນໄປ. ພວກເຮົາຂໍພຽງແຕ່ທ່ານສາມາດປັບຕົວໃຫ້ໄດ້ງ່າຍ ເພາະຍາມເກີດມີສຸກເສີນພວກເຮົາຈະຖືເອົາສັດປ່າໄປກ່ອນໝູ່.

ມັນເຮັດໃຫ້ທ່ານອາດບໍ່ລຳຄານ! ບໍ່ວ່າເວລາໃດກໍ່ຕາມພວກເຮົາຈະຖືກໂທຫາໃຫ້ໄປກູ້ໄພສັດປ່ານາໆຊະນິດທີ່ທາງເຈົ້າໜ້າທີ່ຍຶດໄດ້ຈາກການຄ້າສັດປ່າທີ່ຜິດກົດໝາຍ, ພ້ອມທັງຂຶ້ນໄປຮັບເອົາບໍລິຈາກສັດປ່າຢູ່ທາງໜ້າປະຕູເຂົ້າ ແລະ ຮັກສາສັດປ່າຕ່າງໆທີ່ຢູ່ພາຍໃນສູນຂອງພວກເຮົາ. ນອກຈາກນີ້, ພວກເຮົາຍັງສົ່ງເສີມໃຫ້ທ່ານດຳເນີນໂຄງການຄົ້ນຄວ້າຂອງທ່ານເອງ ສະນັ້ນ, ຢ່າລືມນຳເອົາແນວຄິດມາສະເໜີໃຫ້ກັບທີມງານພວກເຮົາ!

ຖ້າຫາກເບິ່ງແລ້ວສິ່ງນີ້ຄ້າຍຄືໂອກາດທີ່ທ່ານກຳລັງລໍຖ້າຢູ່ ຢ່າລັງກຽດສະໝັກໄດ້ເລີຍໃນມື້ນີ້! ໂດຍປົກກະຕິແລ້ວພວກເຮົາມີຈຳກັດສະໝັກໃນໂປຼແກຼມພະຍາບານສັດຕະວະແພດຄື: ໜຶ່ງຄົນຕໍ່ໜຶ່ງຄັ້ງ ເພື່ອຮັບປະກັນໃຫ້ທຸກຄົນສາມາດຮັບໄດ້ປະສົບການຢ່າງຫຼວງຫຼາຍຈາກທີມງານສັດຕະວະແພດ. ຖ້າຫາກທ່ານຕ້ອງການຢາກເຂົ້າມາເປັນກຸ່ມ ກະລຸນາຕິດຕໍ່ຫາພວກເຮົາ ເພື່ອຂໍລາຍລະອຽດເພີ່ມເຕີມ.

ສຳລັບຂໍ້ມູນທຸກຢ່າງກ່ຽວກັບສູນ, ປະຫວັດຄວາມເປັນມາ ແລະ ວິທີການອະນຸລັກສັດປ່າຂອງພວກເຮົາ ເຊີນກົດເຂົ້າເບິ່ງຄູ່ມືການເປັນອາສາສະໝັກ. ຖ້າທ່ານບໍ່ພົບຄຳຕອບໃດສຳລັບຄຳຖາມຂອງທ່ານ ກະລຸນາຢ່າລັງກຽດຕິດຕໍ່ຫາພວກເຮົາ. ເມື່ອທ່ານຕັດສິນໃຈເລືອກເອົາໂປຼແກຼມແລ້ວ ທ່ານສາມາດສະໝັກຜ່ານອອນໄລນ໌ໄດ້ຂ້າງລຸ່ມນີ້!

ຄູ່ມືການເປັນອາສາສະໝັກ ສະໝັກຜ່ານອອນໄລນ໌

ພວກເຮົາມີຄວາມພາກພູມໃຈໃນສິ່ງທີ່ບັນດາຜູ້ອາສາສະໝັກໄດ້ຊ່ວຍເຫຼືອພວກເຮົາຈົນປະສົບຜົນສຳເລັດ ແຕ່ວ່າຢ່າພຽງອ່ານແຕ່ຄຳເວົ້າຂອງພວກເຮົາ: ເຊີນກົດເຂົ້າເບິ່ງຣີວິວຂອງພວກເຮົາໃນ Facebook ແລະ Google.